ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ ເຊີດ​ຊູ “ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ” ປີ 2024

(VOVWORLD) - ຕອນເຊົ້າວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາແຂ່ງຂັນມອບລາງວັນ ສູນກາງ ໄດ້ເຂົ້າຮ່ວມກອງປະຊຸມຍ້ອງຍໍແບບຢ່າງທີ່ດີເດັ່ນ, ວຽກດີຄົນເດັ່ນ, ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ ປີ 2024.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ ເຊີດ​ຊູ “ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ” ປີ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍຂະບວນການແຂ່ງຂັນ “ວຽກດີ, ຄົນເດັ່ນ” ຂອງນະຄອນຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ສະເໜີໃນສະພາບການທີ່ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ສະຫຼັບກັນ ແລະ ກ້າວເຂົ້າສູ່ຍຸກສະໄໝບຸກບືນຂອງຊາດ, ທາງນະຄອນຫຼວງຮ່າໂນ້ຍ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອສະຫງ່າອົງອາດ, ທັງຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງມີປະສິດທິຜົນ, ຍາດແຍ່ງບັນດາກາລະໂອກາດໃຫ້ເປັນຢ່າງດີທີ່ສຸດ, ລະດົມທຸກແຫຼ່ງກຳລັງສັງລວມ. ພິເສດ, ປຸກລະດົມ, ປຸກລຸກ ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມແຮງຮ່ວມໃຈ, ເປັນເອກະພາບຂອງພະນັກງານ, ປະຊາຊົນເພື່ອພ້ອມກັນຮັບໃຊ້ພາລະກິດແຫ່ງການກ ສ້າງສາ ແລະ ພັດທະນານະຄອນຫຼວງ ແຫ່ງອະລິຍະທຳ - ສີວິໄລ - ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ