(vovworld) - ວັນທີ 28/04, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບຮອງນາຍົກລັດຖະມົນຕີ 4 ທ່ານ, ລັດຖະມົນຕີ 9 ທ່ານ ແລະ ປະທານຄະນະກຳມະການປະຊາຊົນ 2 ນະຄອນໃຫຍ່ໄດ້ຮັບຟັງບັນດາຂໍ້ສະເໜີຂອງບັນດາວິສາຫະກິດ. ຈະມີຜູ້ແທນ 500 ຄົນ, ໃນນັ້ນ ມີ 400 ວິສາຫະກິດພາກເອກະຊົນ, 50 ວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), 20 ວິສາຫະກິດຂອງລັດ ໄດ້ເຈລະຈາໂດຍກົງກັບທ່ານນາຍົກລັດຖະມົນຕີກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງເສດຖະກິດວິສາຫະກິດ. 4 ໝວດຫົວຂໍ້ເຊິ່ງແມ່ນຄວາມເອົາໃຈໃສ່ຕົ້ນຕໍຂອງປະຊາຄົມວິສາຫະກິດຖືກສະເໜີ ແລະ ປຶກສາຫາລືທີ່ກອງປະຊຸມລວມມີ: ວິສາຫະກິດພາກເອກະຊົນກັບການສຳພັດບ້ວງສິນເຊື່ອຂອງທະນາຄານ, ນະໂຍບາຍພາສີ ແລະ ການສຳພັດແຫຼ່ງທຶນຜ່ານບັນດາກອງທຶນຄ້ຳປະກັນ, ບັນຫາສຳພັດກັບຕະຫຼາດ ແລະ ສຳພັດກັບດິນສະອາດຮັບໃຊ້ການຜະລິດດຳເນີນທຸລະກິດ. ກອງປະຊຸມເພື່ອຈຸດປະສົງແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ແກ້ໄຂບັນດາຂໍ້ສະເໜີຂອງວິສາຫະກິດ ເພື່ອຊຸກຍູ້ການຜະລິດ ດຳເນີນທຸລະກິດ, ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ, ປະຕິບັດຈຸດໝາຍ, ໜ້າທີ່ພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃນໄລຍະ 2014 – 2015 ຢ່າງມີໄຊ. ຜ່ານເວທີປາໄສນີ້, ປະຊາຄົມວິສາຫະກິດຈະຍົກອອກວິທີ, ສະເໜີຕໍ່ລັດຖະບານບັນດາມາດຕະການໃໝ່ທີ່ມີລັກສະນະເປັນໄປ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກວ່າ ໃນໄລຍະຈະມາເຖິງ.
ລັດຖະບານສຸມໃສ່ໜູນຊ່ວຍປະຊາຄົມວິສາຫະກິດ
(vovworld)- ຕອນເຊົ້າວັນທີ 28/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເປັນປະທານກອງປະຊຸມລະຫວ່າງລັດຖະບານ ແລະ ວິສາຫະກິດເພື່ອແນ່ໃສ່ຮັບຟັງຄວາມມຸ່ງຫວັງ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ່ຍ, ໂດຍສະເພາະແມ່ນກ່ຽວກັບກົນໄກ, ນະໂຍບາຍ ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດໃນການຜະລິດ, ດຳເນີນທຸລະກິດ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ: ລັດຖະບານຈະສຸມໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຫວຽດນາມສຳເລັດ ເພື່ອສາມາດແກ້ງແຍ້ງກັບປະເທດຕ່າງໆໄດ້. ລັດຖະບານຈະສຸມໃສ່ຊີ້ນຳຍູ້ແຮງການປະຕິຮູບດ້ານບໍລິຫານ, ພິເສດແມ່ນລະບຽບການບໍລິຫານກ່ຽວຂ້ອງເຖິງຂົງເຂດຈົດທະບຽນດຳເນີນທຸລະກິດ; ສຳພັດທີ່ດິນ; ສ້າງລະບຽບການເປັນສົມບູນແບບ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ:
“ການປະຕິຮູບລະບຽບພາສີ, ອາກອນມີຄວາມກ້າວໜ້າຫຼາຍຢ່າງແຕ່ຂ້າພະເຈົ້າເຫັນວ່າຍັງບໍ່ທັນບັນລຸຄວາມຮຽກຮ້ອງເທື່ອ. ປະຈຸບັນ, ລະບຽບການເສຍພາສີຍັງຫຍຸ້ງຍາກຢູ່. ຖ້າປະຕິບັດການປະຕິຮູບດ້ານບໍລິຫານ ຕ້ອງປະຕິບັດຢ່າງຄົບຊຸດແຕ່ການນຳລົງຮອດພາລະກອນ…ເພື່ອໃຫ້ວິສາຫະກິດໄດ້ຮັບຄວາມສະດວກສະບາຍກ່ວາ. ຂ້າພະເຈົ້າປາດຖະໜາວ່າ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງສຸມໃສ່ປະຕິບັດ ແລະ ບັນດາສະຫະສະມາຄົມ, ວິສາຫະກິດຕ້ອງມີຄວາມຮັບຜິດຊອບລວມເພື່ອສ້າງສາປະເທດຊາດ, ຕ້ອງມີຂໍ້ສະເໜີ, ປະກອບຄຳເຫັນເພື່ອໃຫ້ການປະຕິຮູບເປັນສົມບູນແບບ“./.