ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເຈົ້າແຂວງ Aichi, ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເຈົ້າແຂວງ Aichi, ຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ​ເຈົ້າ​ແຂວງ​ Aichi, ຍີ່​ປຸ່ນ
( ພາບ: .chinhphu.vn )


( vovworld ) – ຕອນ​ບ່າຍ​ວັນ​ທີ 16/4, ຢູ່​ຮ່າ​ໂນ້ຍ, ​​ເມື່ອຕ້ອນຮັບ​ເຈົ້າ​ແຂວງ​ Aichi, ຍີ່​ປຸ່ນ, ທ່ານ Hideaki Uhmura ພ້ອມ​ກັບ​ຄະນະ​ນັກທຸລະກິດ​​ແຂວງ Aichi ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ, ຍາມ​ໃດຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ກາ​ນພົວພັນ​ຮ່ວມ​ມື​ກັບ​ຍີ່ປຸ່ນ, ມານະ​ພະຍາຍາມ​ພ້ອມ​ກັບ​ຍີ່​ປຸ່ນ ​ເພື່ອ​ພັດທະນາ​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ໃຫ້​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໝັ້ນຄົງ ​ແລະ ຍາວ​ນານ. ທ່ານ​ນາຍົກລັດຖະມົນຕີປາດຖະໜາ​ວ່າ ​ແຂວງ Aichi ​ຈະເພີ່ມ​ທະວີ​ການ​ພົບ​ພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື ສາທາລະນະ​ສຸກ, ການ​ສຶກສາ, ທ່ອງ​ທ່ຽວ, ວັດທະນະທຳ ​ແລະ ພົບ​ປະ​ແລກປ່ຽນ​ປະຊາຊົນ. ລັດຖະບານ​ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ລະຫວ່າງ​ແຂວງ Aichi ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ.

        ທ່ານ Hideaki Uhmura ​ໄດ້​ຢືນຢັນ​ວ່າ ຈະ​ສືບ​ຕໍ່ຜັນ​ຂະຫຍາຍ​, ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ພົວພັນຮ່ວມ​ມື​ດ້ານ​ສຶກສາ, ສາທາລະນະ​ສຸກ, ການທ່ອງທ່ຽວ ​ແລະ ອື່ນໆ ລະຫວ່າງ​ແຂວງ Aichi ​ແລ​ະ ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ນັບ​ມື້​ນັບມີນັກຮຽນ, ນັກ​ສຶກສາ​ຂອງ​ຫວຽດນາມ ​ຫຼາຍ​ຄົນໄປ​ຮໍ່າຮຽນ​ຢູ່​ແຂວງ Aichi.

ຂ່າວ/ບົດ​ອື່ນ