( vovworld ) - ໃນລະຫວ່າງວັນທີ 2 – 3/7, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ເປັນປະທານກອງປະຊຸມປະຈຳເດືອນ 6 ຂອງລັດຖະບານເພື່ອແນໃສ່ຕີລາຄາສະພາບການເສດຖະກິດສັງຄົມໃນ 6 ເດືອນຕົ້ນປີ 2012. ຕາມການຕີລາຄາລວມທີ່ກອງປະຊຸມ; ເສດຖະກິດ, ສັງຄົມໃນ 6 ເດືອນຕົ້ນປີ 2012 ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຖືກທິດ ແລະ ຖືກກັບເປົ້າໝາຍທີ່ໄດ້ວາງອອກ ດ້ວຍໝາກຜົນທີ່ບັນລຸໄດ້ຢ່າງຮອບດ້ານພໍສົມຄວນໃນທຸກຄົົງເຂດ. ຈະແຈ້ງທີ່ສຸດແມ່ນຈຸດໝາຍໃຫ້ບຸລິມະສິດຄວບຄຸມໄພເງິນເຟີ້ຢ່າງສຳເລັດຜົນ, ການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັກສາການເຕີບໂຕແມ່ນ 4,38% ຕິດພັນກັບການເຄື່ອນໄຫວໃນເບື້ອງຕົ້ນໃນການສ້າງໂຄງປະກອບເສດຖະກິດຄືນໃໝ່. ກ່ຽວກັບບັນດາມາດຕະການແກ້ໄຂດ້ວຍບ້ວງສິນເຊື່ອເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ມີທັດສະນະວ່າ.
“ ຢາກເພີ່ມຍອດຄວາມຕ້ອງການ, ຫຼຸດຜ່ອນສະພາບສິ້ນຄ້າທີ່ຄ້າງສາງຊື້ນັ້ນ, ບ້ວງສິນເຊື່ອແມ່ນສຳຄັນທີ່ສຸດ. ຂ້າພະເຈົ້າສະເໜີເພີ່ມບ້ວງສິນເຊື່ອຂຶ້ນປະມານ 10% ແມ່ນຈະຮັບຜົນສຳເລັດ, ອັດຕາດອກເບ້ຍນັ້ນນຳໃຊ້ໃນຂົງເຂດກະສິກຳຊົນນະບົດ, ຊາວກະສິກອນ, ວິສາຫະກິດສົ່ງອອກ, ຂະໜາດກາງ ແລະ ນ້ອຍ ແລະ ອຸດສາຫະກຳສຳຮອງ. ທີ່ສອງແມ່ນພ້ອມກັນນັ້ນ ຕ້ອງແກ້ໄຂໜິ້ເສຍຢ່າງມີໄຫວພິບ. ບໍ່ພຽງແຕ່ລໍຖ້າການສ້າງບໍລິສັດຊື້ຂາຍໜີ້ສິນເທົ່ານັ້ນ, ຫາກດ້ວຍວິທີໃດໜຶ່ງໜີ້ເສຍຕ້ອງມີຊັບສົມບັດຄ້ຳປະກັນປະມານ 80%, ຕ້ອງລະມັດລະວັງຕໍ່ຄວາມສ່ຽງ ແລະ ເມື່ອເກີດຂຶ້ນຕ້ອງແກ້ໄຂຖືກຕາມກົດໝາຍ, ຖືກຕາມຂໍ້ກຳນົດ, ຕ້ອງຢືດໝັ້ນໂຄງການສ້າງປະກອບບັນດາທະນາຄານຄືນໃໝ່ ເພື່ອປັບປຸງບັນດາທະນາຄານອ່ອນດ້ອຍ”
ກໍໃນກອງປະຊຸມເດືອນ 6 ຂອງລັດຖະບານ, ບັນດາສະມາຊິກລັດຖະບານໄດ້ປະກອບຄຳເຫັນກ່ຽວກັບທິດທາງ ແລະ ມາດຕະການຫຼຸດຜ່ອນອາກອນລາຍຮັບໃຫ້ແກ່ວິສາຫະກິດ, ອາກອນມຸນຄ່າເພີ່ມ, ມາດຕະການຖອນເງິນທຶນຂອງບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດຕາມກົນໄກການຕະຫຼາດ; ຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດເຖິງປີ 2020 ແລະ ຮ່າງກົດໝາຍສຳຄັນອື່ນໆອີກຈຳນວນໜຶ່ງ.