ທ່ານນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບລັດຖະມົນຕີກະຊວງສັງຄົມກຳປູເຈຍ
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບທ່ານ Ith Samheng ລັດຖະມົນຕີກະຊວງສັງຄົມກຳປູເຈຍ
ພາບ: TTXVN
|
(vovworld) - ວັນທີ 14/9 ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Ith Samheng ລັດຖະມົນຕີກະຊວງສັງຄົມ, ນັກຮົບເກົ່າ ແລະ ຊ່ວຍເຫລືອ ຊາວຫນຸ່ມ ກຳປູເຈຍ ພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ມີຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຄັ້ງນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍຫລາຍເພື່ອຂຳ່ນັບຮັບຕ້ອນການສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະເຫນີວ່າ: ໃນໄລຍະຈະມາເຖິງ, ສອງກະຊວງສືບຕໍ່ຍູ້ແຮງການຮ່ວມມືໃຫ້ເໝາະສົມກັບສະພາບການພັດທະນາເສດຖະກິດສັງຄົມຂອງສອງປະເທດ, ເພີ່ມທະວີການແລກປ່ຽນນັກຊ່ຽວຊານ, ຄະນະປະຕິບັດງານເພື່ອແບ່ງປັນບົດຮຽນໃນວຽກງານບຳບັດຢາເສບຕິດ, ຊ່ວຍໃຫ້ຜູ້ຕິດຢາເສບຕິດກັບຕົວກັບໃຈ, ວຽກງານປ້ອງກັນ ແລະ ຕ້ານເຊື້ອ HIV ໂລກ AIDS, ສົ່ງເສີມບັນດາແຂວງມີຊາຍແດນຮ່ວມເພີ່ມທະວີການຮ່ວມມືໃນວຽກງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສອນວິຊາຊີບ, ປິ່ນປົວພະຍາດໃຫ້ຜູ້ທຸກຍາກ.