ທ່ານນາຍົກລັດຖະມົນຕີ Putin ຈະໄຊຊະນະໃນ ການເລືອກຕັ້ງປະທານາ ທິບໍດີລັດເຊຍ
ທ່ານນາຍົກລັດຖະມົນຕີ ລັດເຊຍ Vladimir Putin
(ພາບ: ອີນເຕີເນັດ)
(vovworld) - ວັນທີ 20/2, ສູນຄົ້ນຄ້ວາຫາງສຽງສັງຄົມທົ່ວປະເທດລັດເຊຍ(ຫຼື VTsIOM) ໄດ້ປະກາດໝາກຜົນຂອງການຢັ່ງຫາງສຽງກ່ອນການເລືອກຕັ້ງປະທານາທິບໍດີ. ໝາກຜົນຂອງການຢັ່ງຫາງສຽງໃຫ້ເຫັນວ່າ: ທ່ານນາຍົກລັດຖະມົນຕີ Vladimir Putin ພວມກວມສ່ວນຫຼາຍອັດຕາບັດສະໜັບສະໜູນ ແລະ ຈະຍາດໄດ້ໄຊຊະນະໃນການແຂ່ງຂັນເຂົ້າວັງ Kremli ທີ່ຈະມາເຖິງ. ທີ່ການປະຊຸມຂ່າວທີ່ດຳເນີນຢູ່ນະຄອນຫຼວງມົດສະກູ, ຜູ້ຕາງໜ້າຂອງ VTsIOM ໃຫ້ຮູ້ວ່າ: ໝາກຜົນຂອງການຢັ່ງຫາງສຽງກ່ອນການເລືອກຕັ້ງໃຫ້ເຫັນວ່າ: ທ່ານນາຍົກລັດຖະມົນຕີ Putin ໄດ້ຮັບການສະໜັບສະໜູນຂອງເກືອບ 60% ຈະນວນຜູ້ຖືກຖາມ, ໃນຂະນະນັ້ນ, ຜູ້ອອກສະໝັກຮັບເລືອກຕັ້ງ ທ່ານ Gennady Zyuganov ຂອງພັກກອມມູນິດລັດເຊຍ ຍື່ນອັນດັບທີ 2 ດ້ວຍເກືອບ 15% ສຽງສະໜັບສະໜູນ. ປະທານພັກເສລີພາບ - ປະຊາທິປະໄຕ Vladimir Girinovsky ໄດ້ 9%, ສ່ວນມະຫາເສດຖີ Mikhail Prokhorov ໄດ້ຮັບ 8% ແລະ ຫົວໜ້າພັກປະເທດລັດເຊຍ ຍຸຕິທຳ Sergei Mironov 7,7%.
ການປ່ອນບັດເລືອກຕັ້ງປະທານາທິບໍດີຄົນໃໝ່ຢູ່ລັດເຊຍຈະຖືກຈັດຕັ້ງຢ່າງເປັນທາງການໃນວັນທີ 4/3 ດ້ວຍຜູ້ອອກສະໝັກຮັບເລືອກຕັ້ງ 5 ທ່ານ. ຫາງສຽງຕີລາຄາທ່ານນາຍົກລັດຖະມົນຕີ Putin ມີຄວາມສາມາດໄດ້ຮັບໄຊຊະນະໃນຮອບທີ 1 ຍ້ອນທ່ານໄດ້ເປັນຜູ້ນຳໃນຫຼາຍປີຜ່ານມາ, ທ່ານໄດ້ສະແດງຄວາມສາມາດໃນການຄຸ້ມຄອງ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນຂອງຕົນ. ປະຈຸບັນບາງເຂດຫ່າງໄກຊອກຫຼີກຂອງລັດເຊຍພວມດຳເນີນການເລືອກຕັ້ງກ່ອນກຳນົດເວລາ.