ທ່ານປະທານປະເທດຫງວຽນຊວັນຟຸກຢ້ຽມຢາມອົງການສື່ມວນຊົນໃຫຍ່ຂອງນະຄອນໂຮ່ຈີມິນ

(VOVWORLD) -ທ່ານປະທານປະເທດ ສະເໜີໃຫ້ໜັງສືພິມ ໄຊງ່ອນຢາຍຟ໊ອງ ຈົ່ງຕັ້ງໜ້າປ່ຽນແປງໃໝ່, ລົງທຶນ ແລະ ນຳໃຊ້ບັນດາຜົນງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃນການເຄື່ອນໄຫວຂອງສຳນັກງານຢ່າງມິປະສິດທິຜົນກວ່າ.
ທ່ານປະທານປະເທດຫງວຽນຊວັນຟຸກຢ້ຽມຢາມອົງການສື່ມວນຊົນໃຫຍ່ຂອງນະຄອນໂຮ່ຈີມິນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມ ໄຊງ່ອນຢາຍຟ໊ອງ
(ພາບ: TTXVN)

ໃນການໄປປະຕິບັດງານຢູ່ນະຄອນໂຮ່ຈີມິນ, ຕອນບ່າຍວັນທີ 13 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມ ໄຊງ່ອນຢາຍຟ໊ອງ (ປົດປ່ອຍໄຊງ່ອນ) ແລະ ໂທລະພາບນະຄອນໂຮ່ຈີມິນ, ເຊິ່ງແມ່ນ 2 ອົງການສື່ມວນຊົນໃຫຍ່ກ່ວາໝູ່ຂຶ້ນກັບອົງຄະນະພັກ ແລະ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ.

        ເມື່ອໄປຢ້ຽມຢາມສຳນັກງານໜັງສືພິມ ໄຊງ່ອນຢາຍຟ໊ອງ, ທ່ານປະທານປະເທດ ສະເໜີໃຫ້ໜັງສືພິມ ໄຊງ່ອນຢາຍຟ໊ອງ ຈົ່ງຕັ້ງໜ້າປ່ຽນແປງໃໝ່, ລົງທຶນ ແລະ ນຳໃຊ້ບັນດາຜົນງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃນການເຄື່ອນໄຫວຂອງສຳນັກງານຢ່າງມິປະສິດທິຜົນກວ່າ. ຄຽງຂ້າງນັ້ນ, ກໍ່ສືບຕໍ່ປັບປຸງ, ຍົກສູງຄຸນນະພາບຂ່າວ, ບົດ, ບັນດາສື່ສິ່ງພິມເພື່ອແນໃສ່ດຶງດູດຜູ້ອ່ານໃຫ້ຫຼາຍກວ່າອີກ. ພິເສດ, ຕ້ອງສຸມໃສ່ໜ້າທີ່ໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາຜູ້ແທນປະຊາຊົນທຸກຂັ້ນອາຍຸການ 2021 – 2026.

        ເມື່ອໄປຢ້ຽມຢາມສະຖານີໂທລະພາບນະຄອນໂຮ່ຈີມິນ (HTV), ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, HTV ຄວນສ້າງບັນດາລາຍການສ້າງຄວາມຄາດຫວັງຢາກນຳນະຄອນໂຮ່ຈີມິນ ໃຫ້ກາຍເປັນ “ເກາະເພັດປະກາຍເຂດຕາເວັນອອກໄກ”; ເພີ່ມທະວີການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ