ທ່ານປະທານປະເທດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ແຂວງກວ້າງຈີ້

ທ່ານປະທານປະເທດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ແຂວງກວ້າງຈີ້ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງມອບ​ຂອງ​ຂວັນ​ໃຫ້​ແກ່​
ປະ​ຊາ​ຊົນແຂວງ ກວ໋າງ​ຈີ້.


(vovworld) - ວັນ​ທີ 7 ແລະ 8/9, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ກວ໋າງ​ຈີ້ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວນ​ແຂວງ. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກວ໋າງ​ຈີ້, ທ່ານ​ປະ​ທານ​ປະ​ເທດ ສະ​ເຫ​ນີ ການ​ນຳ​ຫລັກ​ແຫລ່ງ​ຂອງ​ແຂວງ ກວ໋າງ​ຈີ້ ຄວນ​ຊອກ​ມາດ​ຕະ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ກ່ຽວ​ກັບ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ການ​ຄ້າ ແລະ ທ່ອງ​ທ່ຽວ ເພື່ອ​ນຳ​ແຂວງ ກວ໋າງ​ຈີ້ ພັດ​ທະ​ນາ​ຢ່າງ​ແຮງກວ່າ ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານ​ປ​ະ​ເທດ​ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ແຂວງ ກວ໋າງ​ຈີ້ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ມີ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ຜ່ານນັ້ນ ປະ​ກອບ​ສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຄວນ​ເສີມ​ຂະ​ຫ​ຍາຍກວ່າ​ອີກ. ຖ້າ​ປະ​ຕິ​ບັດ​ໄດ້​ດີ ​​ຊີ​ວິດ​ການ​ເປັນ​ຢູ່​ຂອງພໍ່​ແມ່ຊາວ​ກະ​ສິ​ກອນ ຈະໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ.”

        ເນື່ອ​ງ​ໃນ​ໂອ​ກາດ​ບຸນ​ວັນ​ເພັງ​ເດືອນ 8, ທ່ານ​ປ​ະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໄດ້​ມອບ​ຂອງ​ຂວັນ​ໃຫ້​ພວກ​ຫລານ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຂອງ​ແຂວງ ກວ໋າງ​ຈີ້.

ຂ່າວ/ບົດ​ອື່ນ