ທ່ານປະທານປະເທດເຂົ້າຮ່ວມພິທີໄຂງານບຸນປະເພນີເຈື່ອງອຽນປີ2016
ປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂງານບຸນ
(ພາບ: dantri.com.vn)
(vovworld) – ຕອນຄຳ່ວັນທີ 15/4, ຢູ່ສູນອະນຸລັກຮັກສາປູຊະນີຍະສະຖານປະຫວັດສາດ ວັດທະນະທຳກຸງເກົ່າ ຮວາລື, ແຂວງ ນີງບິ່ງ ໄດ້ໄຂງານບຸນປະເພນີ ເຈື່ອງອຽນປີ 2016. ນີ້ແມ່ນຄັ້ງທຳອິດທີ່ງານບຸນ ເຈ່ື່ອງອຽນໄດ້ຮັບການປະຕິບັດຕາມລາຍການງານບຸນພາຍຫຼັງທີ່ງານບຸນ ເຈື່ອງອຽນ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແມ່ນປູຊະນີຍະສະຖານວັດທະນະທຳບໍ່ມີຮູບຮ່າງລະດັບຊາດ.
ທ່ານປະທານປະເທດ ເຈີ່ນດ້ານກວາງ ໄດ້ຕີກອງໄຂງານບຸນ. ງານບຸນ ເຈື່ອງອຽນ ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 15 – 17/4 ດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະ, ການລະຫຼິ້ນພື້ນເມືອງ ເພື່ອແນໃສ່ທົບທວນຄືນມູນເຊື້ອສ້າງສາ ແລະ ປົກປັກຮັກສາປະເທດຊາດອັນພິລະອາດຫານຂອງລຸ້ນພໍ່ລຸ້ນອ້າຍ. ທັງແມ່ນໂອກາດເພື່ອໃຫ້ປະຊາຊົນສະແດງຄວາມເຄົາລົບນັບຖື, ຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ລຸ້ນກ່ອນ, ກໍຄືລະດົມກຳລັງໃຈລຸ້ນຄົນໃນປະຈຸບັນ ແລະ ໃນພາຍພາກໜ້າສືບຕໍ່ຮັກສາ, ເສີມຂະຫຍາຍຄຸນຄ່າດ້ານປະຫວັດສາດທີ່ສຳຄັນກ່ຽວກັບສະຕິແຫ່ງຊາດ ແລະ ມູນເຊື້ອອະລິຍະທຳທີ່ມີມານັບພັນປີຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.