ທ່ານປະທານປະເທດ ເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
|
(vovworld)- ຕອນບ່າຍວັນທີ 16/1, ຢູ່ ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ພວມຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານປະເທດ ເຈີນດ້າຍກວາງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດພວມພັດທະນາຢ່າງແຮງ ແລະຮອບດ້ານ, ແທດຈິງໃນຫລາຍຂົງເຂດດ້ວຍຄວາມໄວ້ເນື້ອເຊື່ອໃຈສູງກ່ຽວກັບດ້ານການເມືອງ. ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບຍີ່ປຸ່ນ ແລະ ຖືວ່ານີ້ແມ່ນຫນຶ່ງໃນບັນດາການບຸລິມະສິດແຖວຫນ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ທ່ານປະທານປະເທດຖືວ່າ ສອງຝ່າຍຄວນຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງຄັ້ງຕ່າງໆລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ທ່ານປະທານປະເທດສະເຫນີ ສອງຝ່າຍສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຮູ້ວ່າ: ຍີ່ປຸ່ນ ຖືກການຢ້ຽມຢາມຫວຽດນາມ ຂອງພະເຈົ້າຈັກກະພັດ ຍີ່ປຸ່ນ ແລະ ພະລາຊານີຄາດວ່າດຳເນີນໃນເດືອນ 3/2017 ເປັນສຳຄັນ ແລະ ຖືວ່າ ການຢ້ຽມຢາມແມ່ນສັນຍາລັກຂອງການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ Shinzo Abe ຫວັງວ່າ ຈະມີນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມຍີ່ປຸ່ນຫລາຍກວ່າ. ຜ່ານນັ້ນ ຊຸກຍູ້ການພົວພັນແລກປ່ຽນດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Shinzo Abe.
ທ່ານນາງປະທານສະພາແຫ່ງຊາດສະເຫນີ ຍີ່ປຸ່ນ ສືບຕໍ່ຮັກສາການຊ່ວຍເຫລືອພັດທະນາຢ່າງເປັນທາງການ ຫນູນຊ່ວຍຫວຽດນາມ ພັດທະນາເສດຖະກິດ ສັງຄົມ, ປະຕິບັດບັນດາໂຄງການຂອບຂະຫນາດໃຫຍ່, ຈຸດສຸມແຫ່ງຊາດ, ໂຄງການພະລັງງານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບການພົວພັນລະຫວ່າງສອງສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ການພົວພັນແລກປ່ຽນຮ່ວມມືລະຫວ່າງອົງການສ້າງກົດໝາຍສອງປະເທດໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ. ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນັ້ນຫນັກວ່າ ຍີ່ປຸ່ນ ຈະປະກອບສ່ວນຫລາຍກວ່າອີກເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ພິເສດ ແມ່ນກໍ່ສ້າງພື້ນຖານໂຄງລ່າງ, ໃນນັ້ນ ມີໂຄງການກຳຈັດນ້ຳເຄັມຊືມເຂົ້າເຂດທົ່ງພຽງແມ່ນ້ຳຂອງ.