ທ່ານປະທານປະເທດເຈີ່ນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງກຳປູເຈຍ

ທ່ານປະທານປະເທດເຈີ່ນດ້າຍກວາງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງກຳປູເຈຍ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນດ້າຍ​ກວາງ
ພົບ​ປະ​ກັບ​ວິ​ສາ​ຫະກິດດີ​ເດັ່ນ ທີ່ພວມ​ລົງທຶນ​ຢູ່ ກຳປູ​ເຈຍ
(ພາບ: TTXVN)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 16/06, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນດ້າຍ​ກວາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ກັບ​ມາ​ຮອດ​ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ກຳປູ​ເຈຍ ​ໃນ​ລະ​ຫວ່າງ​ວັນ​ທີ 15 – 16/06. ກ່ອນ​ທີ່​ເດີນທາງ​ອອກ​ຈາກ ພະນົມ​ເປັນ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້ພົບ​ປະ​ກັບ​ວິ​ສາ​ຫະກິດດີ​ເດັ່ນ ຫວຽດນາມ ທີ່ພວມ​ລົງທຶນ​ຢູ່ ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​​ທີ່​ການ​ພົບ​ປະ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງ​ບັນດາ​ໝາກຜົນ​ຊຶ່ງປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ບັນລຸ​ໄດ້​ເມື່ອ​ເຂົ້າ​ຮ່ວມ​ການ​ລົງທຶນ​ຢູ່ ກຳປູ​ເຈຍ ​ໄດ້​ປະກອບ​ສ່ວນ​ຊຸກຍູ້​ພັດທະນາ​ເສດຖະກິດ ​ເພີ່ມ​ລາຍ​ຮັບ​ງົບປະມານ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ ກຳປູ​ເຈຍ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ ກຳປູ​ເຈຍ. ຜ່ານ​ນັ້ນ ປະກອບ​ສວ່ນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດຢືນຢັນ​ວ່າ: ພັກ, ລັດ ​ແລ​ະ ລັດຖະບານ ຈະ​ສືບ​ຕໍ່​ຄົ້ນຄວ້າ, ​ວາງອອກ​ບັນດາ​ຍຸດ​ທະ​ສາດ ​ແລະ ມາດ​ຕະການ​ກ່ຽວ​ກັບ​ການ​ລົງທຶນ​ອັນ​ຍາວ​ນານ ​ແລະ ​ເປັນ​ປົກກະຕິ​ຢູ່ ກຳປູ​ເຈຍ ຢ່າງ​ມີ​ປະສິດທິ​ຜົນ, ສົ່ງ​ເສີມ​ໜູນ​ຊ່ວຍບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ ກຳປູ​ເຈຍ ຕາມ​ຫຼັກການ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ:

        “ບັນດາ​ວິ​ສາ​ຫະກິດ​ໄດ້​ພະຍາຍ​າມເສີມ​ຂະຫຍາຍ​ຄວາມ​ສາມາດຢ່າງ​ບໍ່​ຢຸດ​ຢັ້ງ​, ຍາດ​ແຍ່ງ ​ກາລະ​​ໂອກາດ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຢູ່ ກຳປູ​ເຈຍ ຢ່າງ​ສຳ​ເລັດ​ຜົນ ​ແລະ ມີ​ປະສິດທິ​ຜົນ. ນີ້​ແມ່ນ​ຕະຫລາດ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ຊ້ຳ​ບໍ່​ໜຳ​ມີ​ຄວາມ​ສ່ຽງ​ສູງ ບັນດາ​ຮົ້ວ​ກີດຂວາງ​ກ່ຽວ​ກັບລະບຽບ​ ການອອກ​ໜັງສື​ອະນຸຍາດລົງທຶນ, ທີ່​ດິນ... ​ແຕ່​ບັນດາ​ນັກ​ລົງທຶນ ຫວຽດນາມ ຍັງ​ຄົງ​ດຳ​ເນີນ​ທຸລະ​ກິດມີ​ປະສິດ​ທິຜົນ, ມີ​ຄວາມ​ມານະ​ພະຍາຍາມ​ໃຫຍ່ຫລວງ, ສະ​ແດງ​ຄວາມກ້າຫານ​ໃນ​ການ​ຜະລິດ​ດຳ​ເນີີນ​ທຸລະ​ກິດ, ການ​ລົງທຶນ; ຜ່ານ​ນັ້ນ ປະກອບສ່ວນ​ຢືນຢັນ​ການ​ລົງທຶນ​ເຂົ້າ​ຕະຫລາດ ກຳປູ​ເຈຍ ​ແມ່ນ​ມີ​ປະສິດທິ​ຜົນ ​ແລະ ຄວນ​ສືບ​ຕໍ່ສູ້​ຊົນ. ໝາກຜົນ​ດັ່ງກ່າວກໍ່​ເໝາະ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາຂອງ​ທັງ ຫວຽດນາມ ​ແລະ ກຳປູ​ເຈຍ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກໍ່​ສະ​ເໜີ​ບັນດາ​ວິ​ສາ​ຫະກິດ​ມານະ​ພະຍາຍາມ​ກ່ວາ​ອີກ, ຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນຂອງ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່ ກຳປູ​ເຈຍ; ​ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ກົດໝາຍ ກຳປູ​ເຈຍ, ​ເຄົາລົບ​ຮີດຄອງ​ປະ​ເພນີ​ຂອງ​ປະຊາຊົນ ກຳປູ​​ເຈຍ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ວຽກ​ງານຮັບ​ປະກັນຊີວິດ​ສັງຄົມ​ຢູ່​ເຂດ​ລົງທຶນ, ປະກອບ​ສວ່ນ​ແທ​ດຈິງ​ໃຫ້ການ​ປັບ​ປູ​ງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ. ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າ​ງ ຫວຽດນາມ ​ແລະ ກຳປູ​ເຈຍ

ຂ່າວ/ບົດ​ອື່ນ