ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ເປຣູ Pedro Paplo Kuczynsky
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 19/11 (ຕາມເວລາຮ່າໂນ້ຍແມ່ນຮຸ່ງເຊົ້າວັນທີ 20/11), ປະທານາທິບໍດີ ເປຣູ Pedro Paplo Kuczynsky ໄດ້ເປັນປະທານພິທີຕ້ອນຮັບບັນດາຫົວຫນ້າຄະນະຜູ້ແທນຂອງ 21 ພື້ນຖານເສດຖະກິດສະມາຊິກທີ່ເຂົ້າຮ່ວມສັບປະດາຂັ້ນສູງ ຄັ້ງທີ 24 ຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC). ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ເຂົ້າຮ່ວມວາລະໂອ້ລົມສົນທະນາ ແລະ ວາລະປະຊຸມກັບສະພາທີ່ປຶກສາການດຳເນີນທຸລະກິດ APEC (ABAC). ບັນດາການນຳ ແລະ ວິສາຫະກິດ ໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການເຕີບໂຕ ແລະ ຮ່ວມສຳພັນຢູ່ພາກພື້ນ ອາຊີ ປາຊີຟີກ. ທ່ານປະທານປະເທດ ເຈີນດ້າຍກວາງ ພ້ອມກັບນາຍົກລັດຖະມົນຕີ ມາເລເຊຍ, ນາຍົກລັດຖະມົນຕີ ສເກົາຫລີ ແລະ ຜູ້ຕາງຫນ້າການຄ້າ ອາເມລິກາ ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດສະມາຊິກ ABAC. ນະທີ່ນີ້ ທ່ານປະທານປະເທດ ເຈີນດ້າຍກວາງ ສະແດງຄວາມປາດຖະຫນາຢາກບັນດາວິສາຫະກິດ APEC ສືບຕໍ່ສະຫນັບສະຫນູນ, ຮ່ວມເດີນທາງ ແລະ ປະກອບສ່ວນຢ່າງຕັ້ງຫນ້າໃນປີ APEC ຫວຽດນາມ 2017 ເພື່ອການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງປະຊາຄົມວິສາຫະກິດ APEC ແລະ ພາກພື້ນ ອາຊີ ປາຊີຟີກ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ວາລະອັດກອງປະຊຸມສຸດຍອດວິສາຫະກິດ APEC.
ກ່ອນຫນ້ານັ້ນ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງບັນດາການນຳ 12 ປະເທດທີ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP ພາຍໃຕ້ການເປັນປະທານຂອງປະທານາທິບໍດີ ອາເມລິກາ B. Obama. ທ່ານປະທານປະເທດ ສະແດງຄວາມເຊື່ອໝັ້ນວ່າ ເລື່ອງຜັນຂະຫຍາຍສັນຍາ TPP ຈະປະກອບສ່ວນຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ 12 ປະເທດສະມາຊິກ ແລະ ຢູ່ ອາຊີ ປາຊີຟີກ.