ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ
ຢູ່ ສະຫນາມບິນ Ciampino, Roma
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງປະທານາທິບໍດີ ສາທາລະນະລັດ ອີຕາລີ Sergio Mattarella, ສັນຕະປາປາ Francis, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງນະຄອນຫລວງ ໂຣມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ. ອີຕາລີ ແຕ່ວັນທີ 21-24/11, ຢ້ຽມຢາມ ໂບດ ວາຕີກັງ ແຕ່ວັນທີ 23/11/2016.
ພາຍຫລັງເດີນທາງເຖິງນະຄອນຫລວງ ໂຣມ, ຕອນຄ່ຳວັນທີ 21/11, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໄປຢ້ຽມຢາມສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ອີຕາລີ. ນະທີ່ນີ້ ທ່ານປະທານປະເທດໄດ້ແບ່ງປັນກັບຊາວຫວຽດນາມອາໄສຢູ່ ອີຕາລີ ກ່ຽວກັບບັນດາບາດກ້າວພັດທະນາຢ່າງຕັ້ງຫນ້າໃນການພົວພັນລະຫວ່າງຫວຽດນາມ ແລະ ອີຕາລີ ໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ: ພ້ອມກັບການພົວພັນດ້ານການເມືອງອັນດີງາມ, ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການເປີດກວ້າງໃນທຸກຂົງເຂດຄື: ເສດຖະກິດ ການຄ້າ, ວິທະຍາສາດ ເຕັກໂນໂລຊີ, ວັດທະນະທຳ ການສຶກສາບຳລຸງສ້າງ.
“ໃນໄລຍະຈະມາເຖິງ, ສະເຫນີບັນດາພະນັກງານອົງການຜູ້ຕາງຫນ້າຫວຽດນາມ ຢູ່ ອີຕາລີ ສືບຕໍ່ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ສົມທົບສອງຝ່າຍກັບຫລາຍຝ່າຍ, ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງປະເທດ. ຂ້າພະເຈົ້າປາດຖະຫນາວ່າ: ຊາວຫວຽດນາມອາໄສຢູ່ອີຕາລີ ແຕ່ລະຄົນ ຈະແມ່ນຂົວຕໍ່ປະກອບສ່ວນໂຄສະນາກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ, ນຳສອງປະເທດຫວຽດນາມ ແລະ ອີຕາລີ ນັບມື້ນັບໃກ້ຊິດສະຫນິດສະຫນົມ.”