ທ່ານປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບປະທານສະພາຕຳ່ອິນໂດເນເຊຍ
ທ່ານປະທານປະເທດ ເຈືອງເຕິ໋ນຊາງ
(ພາບປະກອບ)
(vovworld) -ຕອນເຊົ້າວັນທີ 30/3, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ ປະທານສະພາຕຳ່ອິນໂດເນເຊຍ Setya Novanto ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ IPU-132, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີສອງຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ເມື່ອຕີລາຄາບົດບາດຂອງອິນໂດເນເຊຍ ໃນພາກພື້ນ ແລະ ສາກົນ, ທ່ານປະທານປະເທດເຈືອງເຕິ໋ນຊາງ ຫວັງວ່າ ອິນໂດເນເຊຍ ຈະສືບຕໍ່ເສີມຂະຫຍາຍທີ່ຕັ້ງຂອງຕົນ, ມີການປະກອບສ່ວນເພື່ອຜົນປະໂຫຍດລວມຂອງປະຊາຄົມອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ; ພ້ອມທັງຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບອິນໂດເນເຊຍ ຊຸກຍູ້ການເຈລະຈາຂີດຂັ້ນຊາຍແດນບົນທະເລ, ມີສຽງເວົ້າລວມ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ. ທ່ານປະທານປະເທດ ຫເຈືອງເຕິ໋ນຊາງ ຫວັງວ່າສອງອົງການນິຕິບັນຍັດ ແລະ ປະຊາຊົນສອງປະເທດຈະຍູ້ແຮງສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນ, ປະກອບສ່ວນສຳຄັນກ້າວໄປເຖິງຄາດໝາຍສ້າງຕັ້ງປະຊາຄົມອາຊຽນ.