ທ່ານປະທານປະເທດ ເຈືອງເຕີນຊາງ
ພາບ:cpv.org.vn
|
(vovworld)- ວັນທີ 12/4, ກ່າວຄຳເຫັນທີ່ພິທີໄຂຊຸດບຳລຸງສ້າງໃຫ້ແກ່ການນຳສານປະຊາຊົນຂັ້ນແຂວງ, ສານທະຫານ ຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງໄດ້ເນັ້ນຫນັກວ່າ: ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ໄດ້ຢືນຢັນວ່າ “ຕ້ອງສ້າງລະບົບຕຸລາການໃຫ້ປອດໃສ, ເຂັ້ມແຂງ, ປົກປ້ອງຄວາມຍຸຕິທຳ, ເຄົາລົບ ແລະ ປົກປ້ອງສິດທິມະນຸດ. ເພື່ອປະຕິບັດຫນ້າທີ່ນີ້, ເລື່ອງສ້າງຖັນແຖວພະນັກງານສານມີຄວາມຮູ້ຮອບດ້ານກ່ຽວກັບການເມືອງ, ເສດຖະກິດສັງຄົມ, ກົດໝາຍ, ມີວິຊາສະເພາະເກັ່ງ, ມີບົດຮຽນພຶດຕິກຳອຸດົມສົມບູນ, ຄຸນສົມບັດ, ຄຸນນະທາດ, ກ້າຫານໃນການຕໍ່ສູ້ປົກປ້ອງຄວາມຍຸຕິທຳ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ. ທ່ານປະທານປະເທດເຈືອງເຕີນຊາງ ກ່າວວ່າ:
“ຂະແຫນງສານພວມສ້າງ ແລະ ຜັນຂະຫຍາຍການປະຕິບັດຊຸດບຳລຸງສ້າງຄວາມຮູ້ກ່ຽວກັບການຊີ້ນຳ, ຄຸ້ມຄອງສານໃຫ້ແກ່ການນຳສານທຸກຂັ້ນ. ຂ້າພະເຈົ້າປາດຖະຫນາວ່າ ບັນດາສະຫາຍມີຄວາມຮັບຮູ້ຢ່າງຈະແຈ້ງເຖິງຫນ້າທີ່ຂອງຕົນ, ຕັ້ງຫນ້າໃນການຮຳ່ຮຽນ ແລະ ພາຍຫລັງອັດຊຸດຮຽນນີ້ ຈະປະກອບຄຳເຫັນເພື່ອສ້າງຊຸດຮຽນໃຫມ່, ສ້າງເອກະສານ, ຫລັກສູດ, ວິທີສິດສອນໃຫ້ສົມບູນແບບເພື່ອໃຫ້ໂຮງຮຽນຖອດຖອນບົດຮຽນຈັດຕັ້ງຊຸດຮຽນຕໍ່ໄປໃຫ້ດີກວ່າເກົ່າ.”