ທ່ານປະທານປະເທດເຈືອງເຕີນຊາງຖະຫວາຍທູບທຽນ
ຢູ່ວິຫານອາໄລຫາບັນດາເຈົ້າຊີວິດ ຮູ່ງ
ພາບ:vov
|
(vovworld)- ຕອນບ່າຍວັນທີ 8/2, ທ່ານປະທານປະເທດເຈືອງເຕີນຊາງ ພ້ອມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ ໄດ້ເຂົ້າຮ່ວມການເຄື່ອນໄຫວຫລາຍຢ່າງໃນຂອບເຂດ ລາຍການ “ລະດູບານໃຫມ່ຢູ່ບ້ານເກີດເມືອງນອນປີ 2015”. ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມດ້ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ໄປຖະຫວາຍທູບທຽນຢູ່ວິຫານອາໄລຫາບັນດາເຈົ້າຊີວິດ ຮູ່ງ ທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ ແລະ ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈິມີນ - ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຢູ່ ທ່າກຳປັ່ນ ຍ່າຣົ່ງ. ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມດ້ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປ່ອຍປ່າລົງຄອງນ້ຳ ເຕົາຫູ ຕາມຮີດຄອງປະເພນີຂອງຊາດ.
ຕອນຄ່ຳວັນດຽວກັນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ທ່າກຳປັ່ນ ຍ່າຣົ່ງ, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບຜູ້ຕາງຫນ້າການນຳພັກ, ລັດ, ບັນດາກະຊວງ, ຂະແຫນງການສູນກາງ, ທ້ອງຖິ່ນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະມານ 1000 ຄົນພ້ອມກັນເຂົ້າຮ່ວມລາຍການພົວພັນແລກປ່ຽນສິລະປະພິເສດ ດ້ວຍຫົວຂໍ້ວ່າ: “ລະດູບານໃຫມ່ຢູ່ບ້ານເກີດເມືອງນອນປີ 2015 - ປະເທດຊາດສະຫງ່າລາສີ”. ເຂົ້າຮ່ວມລາຍການສິລະປະມີບັນດານັກສິລະປີນທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ສ້າງບັນຍາກາດເບິກບານມ່ວນຊື່ນ ຕ້ອນຮັບລະດູບານໃຫມ່ຢ່າງອົບອຸ່ນ ແລະ ກ້າວເຂົ້າສູ່ໄລຍະພັດທະນາໃຫມ່ຂອງປະເທດຊາດ.