ທ່ານປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບປະທານສະພາແຫ່ງຊາດສເກົາຫຼີ

ທ່ານປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບປະທານສະພາແຫ່ງຊາດສເກົາຫຼີ - ảnh 1
ທ່ານປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບ
ປະທານສະພາແຫ່ງຊາດສເກົາຫຼີ
ພາບ: Nguyễn Khang - TTXVN

(vovworld) - ຕອນ​ບ່າຍ​ວັນ​ທີ 19/3, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ​ ​ໄດ້ໃຫ້ການ​ຕ້ອນຮັບ​ປະທານ​ສະພາ​​ແຫ່ງ​ຊາດ ສ​ເກົາຫຼີ Chung Ui-Hwa ທີ່​ພວມ​ຢ້ຽມຢາມ​ມິດຕະພາບ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ​ ຢືນຢັນ​ວ່າ, ​ໃນ​ຕະຫຼອດ 22 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ຫວຽດນາມ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ສ​ເກົາຫຼີ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຫວັງ​ວ່າ, ​ໂດຍ​ຜ່ານ​ບົດບາດ​ສະພາ​ແຫ່ງ​ຊາດ, ລັດຖະສະພາ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ທັງ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU) ​ເຊິ່ງຈະ​ດຳ​ເນີນ​ແຕ່​ວັນ​ທີ 28/3-1/4 ຢູ່​ຮ່າ​ໂນ້ຍ.

        ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຕ່າງໆ​ຂອງ ສ​ເກົາຫຼີ​ ທີ່​ມີ​ຕໍ່​ຫວຽດນາມ​ ໃນ​ຫຼາຍ​ຂົງ​ເຂັດ, ​ເຊັ່ນ: ​ແຮງ​ງານ, ການ​ລົງທຶນ… ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ເກືອບ​ທັງ​ໝົດ​ຂອງ ສ​ເກົາຫຼີ ລ້ວນ​ແຕ່​ມີໜ້າ ​ແລະ ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ. ສອງ​ຝ່າຍ​ຍາມ​ໃດ​ກໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

        ສ່ວນ​ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ສ​ເກົາຫຼີ Chung Ui-Hwa ກໍ່ຢືນຢັນ​ວ່າ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ​ຈະ​ປະກອບ​ສ່ວນ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ ​ ກໍ່​ຄື​ການ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ