ທ່ານປະທານປະເທດເຮັດວຽກຢູ່ແຂວງຮືງອຽນ,ຮ່ານາມ

ທ່ານປະທານປະເທດເຮັດວຽກຢູ່ແຂວງຮືງອຽນ,ຮ່ານາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາ​ງອວຍ​ພອ​ນ​ບຸນ​ເຕັດ
ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ
ພາບ:vov

 (vovworld)-​ ວັນ​ທີ 13/2, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ໄປ​ອ​ວຍ​ພອ​ນບ​ຸ​ນ​ເຕັດ​ຢູ່​ຕາ​ແສງ ຢາຍ​ຟ້​າມ, ເມືອງ ອຽນ​ໝີ ແຂວງ ຮືງ​ອຽນ​. ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ຫນາ​ວ່າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ພໍ່​ແມ່​ປະ​ຊາ​ຊົນ ສືບ​ຕໍ່​ເສີມ​ຂະ​ຫຍາຍໝາກ​ຜົນ​ທີ່​ບັນ​ລຸ​ໄດ້,  ນຳ​ຕາ​ແສງ​ກາຍ​ເປັນ​ຕາ​ແສງ​ຊົນ​ນະ​ບົດ​ໃຫມ່ ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ​້​ແກ່​ພໍ່​ແມ່​ປະ​ຊາ​ຊົນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເຫນີແຂວງ ຮືງ​ອຽນ ຄວນ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ເພື່ອ​ໃຫ້​ທຸກ​ຄົນ, ທຸ​ກ​ຄອບ​ຄົວ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ, ເປັນ​ຕົ້ນ​ແມ່ນ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄ​ວ​າມ​ດີ, ຄອບ​ຄ​ົວ​ທຸກ​ຍາກ, ພະ​ນັກ​ງານ ນັກ​ຮົບ​ພວມ​ປະ​ຕິ​ບັດ​ຫນ້າ​ທີ່​ໃນ​ໂອ​ກາດ​ບຸນ​ເຕັດ. ຢູ່​ຕາ​ແສງ ຢາຍ​ຟ້າມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຖະ​ຫວາຍ​ທູບ​ທຽນ​ຢູ່​ຫໍ​ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ຊື່ງ​ແມ​່ນ​ຫນຶ່ງ​ໃນ​ບັນ​ດາ​ລູກ​ສິດ​ດີ​ເດັ່ນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ.

ຂ່າວ/ບົດ​ອື່ນ