ທ່ານ​ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງກວດ​ກາ​ວຽກ​ງານ ຊອກ​​ຫາ​ກູ້​ໄພ​​ຢູ່​ກົມ​ກູ້​ໄພ​ກູ້​ຊີບ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງໄດ້ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງພະນັກງານ, ນັກຮົບໃນວຽກງານປ້ອງກັນພົນລະເຮືອນ, ຮັບມືກັບອຸບັດຕິເຫດ.
ທ່ານ​ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງກວດ​ກາ​ວຽກ​ງານ ຊອກ​​ຫາ​ກູ້​ໄພ​​ຢູ່​ກົມ​ກູ້​ໄພ​ກູ້​ຊີບ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳກົມກູ້ໄພກູ້ຊີບ (ພາບ: qdnd.vn)

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ລົງຢ້ຽມຢາມ, ກວດກາວຽກງານ ຊອກຫາກູ້ໄພ ຢູ່ກົມ ກູ້ໄພກູ້ຊີບ, ກົມບັນຊາການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຫ້ອງວ່າການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ, ຫ້ອງວ່າການຄະນະກຳມະການ ການຮັບມືກັບອຸບັດຕິເຫດໄພທຳມະຊາດ ແລະ ການຊອກຫາກູ້ໄພກູ້ຊີບ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງພະນັກງານ, ນັກຮົບໃນວຽກງານປ້ອງກັນພົນລະເຮືອນ, ຮັບມືກັບອຸບັດຕິເຫດ, ໄພທຳມະຊາດ, ໄພພິບັດ ແລະ ການຊອກຫາກູ້ໄພໃນຕະຫຼອດໄລຍະຜ່ານມາ. ກ່ຽວກັບໜ້າທີ່ຂອງບັນດາກົມກອງໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີວ່າ:

ຕ້ອງຍູ້ແຮງການຖະແຫຼງຂ່າວ, ໂຄສະນາຄວາມຮູ້, ທັກສະໃຫ້ແກ່ບັນດາກຳລັງ ແລະ ທົ່ວປວງຊົນກ່ຽວກັບບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງວຽກງານປ້ອງກັນພົນລະເຮືອນ  ໂດຍແມ່ນພາກສ່ວນໜຶ່ງໃນການປ້ອງກັນປະເທດ”, “ແມ່ນໜ້າທີ່ສຳຄັນທີ່ສຸດ ແລະ ຕ້ອງປະຕິບັດເປັນປະຈຳຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທົ່ວລະບົບການເມືອງ”, ຕິດພັນກັບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ບັນດາເຂດ, ຂະແໜງການ, ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ