(VOVWORLD) - ເລື່ອງເບິ່ງແຍງດູແລໃຫ້ຜູ້ອອກແຮງງານແມ່ນການສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ນ້ຳໃຈອາລົມຈິດຂອງນະຄອນສຳລັບກຳມະກອນ, ຜູ້ອອກແຮງງານ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມອບຂອງຂວັນໃຫ້ກຳມະກອນ
(ພາບ: TTXVN)
|
ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນະຄອນ ໂຮ່ຈີມິນ, ຕອນບ່າຍວັນທີ 02 ກຸມພາ, ຢູ່ນະຄອນ ຖູດຶກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ-ຕອບບຸນແທນຄຸນ” ແລະ ອວຍພອນປີໃໝ່ກຳມະກອນ, ຜູ້ອອກແຮງງານ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນ ຖູດຶກ, ນະຄອນ ໂຮ່ຈີມິນ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ, ຖືວ່າ:
“ມີຜູ້ອອກແຮງງານຫຼາຍຄົນທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ, ໂດຍສະເພາະແມ່ນຢູ່ທາງພາກກາງ, ທາງທິດຕາເວັນຕົກ ມານະຄອນ ເຮັດວຽກ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ. ສະນັ້ນ, ເລື່ອງເບິ່ງແຍງດູແລໃຫ້ຜູ້ອອກແຮງງານແມ່ນການສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ນ້ຳໃຈອາລົມຈິດຂອງນະຄອນສຳລັບກຳມະກອນ, ຜູ້ອອກແຮງງານ.”