ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນນັກສິລະປະການ ນາຍຊ່າງດີເດັ່ນໃນຂົງເຂດສິລະປະຫັດຖະກຳ
(VOVWORLD) -ປະຈຸບັນ ທົ່ວປະເທດ ມີໝູ່ບ້ານອາຊີບຫັດຖະກຳ ແລະໝູ່ບ້ານພື້ນເມືອງປະມານ 2030 ແຫ່ງ, ໃນນັ້ນ ມີນັກສິລະປະການ, ນາຍຊ່າງເກັ່ງກວ່າ 2100 ຄົນ. ປີກາຍນີ້ ວົງເງິນການສົ່ງອອກສະເພາະໝວດຂະແຫນງອາຊີບສິລະປະຫັດຖະກຳບັນລຸກວ່າ 3,3 ຕື້ USD.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຄະນະຜູ້ແທນນັກສິລະປະການ ນາຍຊ່າງດີເດັ່ນໃນຂົງເຂດສິລະປະຫັດຖະກຳ. ພາບ: Thống Nhất/TTXVN |
ຕອນບ່າຍວັນທີ 9 ພະຈິກ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບຄະນະຜູ້ແທນ ນັກສິລະປະການປະຊາຊົນ, ນາຍຊ່າງດີເດັ່ນ 100 ຄົນໃນຂົງເຂດສິລະຫະຫັດຖະກຳ ທີ່ເຂົ້າຮ່ວມ Festival ອະນຸລັກຮັກສາ ແລະພັດທະນາອາຊີບໝູ່ບ້ານຫັດຖະກຳ ຫວຽດນາມ ປີ 2023 ຢູ່ ຮ່າໂນ້ຍ.
ທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ສະແດງຄວາມເຄົາລົບຕໍ່ການປະກອບສ່ວນ, ການອຸທິດສ່ວນຂອງບັນດານັກສິລະປະການ, ນາຍຊ່າງດີເດັ່ນ ຊື່ງແມ່ນຜູ້ທີ່ໄດ້ຮັບຖືວ່າແມ່ນແກ່ນສານຂອງໝູ່ບ້ານອາຊີບຫັດຖະກຳ. ທ່ານປະທານປະເທດ ສະເຫນີວ່າ:
“ສຳລັບສິລະປະຫັດຖະກຳ, ແມ່ນມີສີສັນທີ່ເປັນເອກະລັກສະເພາະ, ລັກສະນະວັດທະນະທຳ, ສິລະປະສູງ ແມ່ນປັດໄຈຕັດສິນຊີ້ຂາດໃຫ້ແກ່ບັນດາຜະລິດຕະພັນທີ່ຄົງຕົວ ແລະພັດທະນາ. ເຄື່ອງສິລະປະຫັດຖະກຳ ຕ້ອງແມ່ນປະເພດສິນຄ້າທີ່ງາມຕາ, ທົນທານ, ມີຄຸນຄ່າໃນການນຳໃຊ້ສູງ, ມີຄຸນຄ່າໃນການປະດັບປະດາ. ຜະລິດຕະພັນແຕ່ລະຢ່າງແມ່ນເລື່ອງລາວຫນຶ່ງໃນຊີວິດ. ຂ້າພະເຈົ້າຖືວ່າ ນີ້ແມ່ນເປົ້າໝາຍສຳຄັນ ຊື່ງພວກເຮົາຕ້ອງມຸ່ງໄປເຖິງ”
ຕາມການສະຖິຕິ ຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ປະຈຸບັນ ທົ່ວປະເທດ ມີໝູ່ບ້ານອາຊີບຫັດຖະກຳ ແລະໝູ່ບ້ານພື້ນເມືອງປະມານ 2030 ແຫ່ງ, ໃນນັ້ນ ມີນັກສິລະປະການ, ນາຍຊ່າງເກັ່ງກວ່າ 2100 ຄົນ. ປີກາຍນີ້ ວົງເງິນການສົ່ງອອກສະເພາະໝວດຂະແຫນງອາຊີບສິລະປະຫັດຖະກຳບັນລຸກວ່າ 3,3 ຕື້ USD.