ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກວາງ​ຈິ ຈົ່ງ​ສ້າງ​ຜົນ​ງານ​ໃໝ່​ຢູ່ ແມ່​ນ້ຳ ແທກ​ຫານ ແລະ ແມ່​ນ້ຳ ເບັ້ນ​ຫາຍ

(VOVWORLD) -ຕອນຄ່ຳວັນທີ 29 ເມສາ, ຢູ່ນະຄອນ ດົງຮ່າ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍກວ໋າງຈິ ຄົບຮອບ 50 ປີ (ວັນທີ 01/05/1972 – 01/05/2022) ແລະ ເຫດການ 81 ວັນ ແລະ ຄືນແຫ່ງການຕໍ່ສູ້ປົກປັກຮັກສາກຳແພງເກົ່າ ກວ໋າງຈິ ຄົບຮອບ 50 ປີ, ເຊິ່ງເປັນບັ້ນຕໍ່ສູ້ທີ່ໄດ້ສ້າງຂີດໝາຍອັນໃສແຈ້ງເຂົ້າໃນປະຫວັດສາດຂອງຊາດ ຫວຽດນາມ ກ່ຽວກັບລັດທິວິລະຊົນປະຕິວັດ. 
 ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກວາງ​ຈິ ຈົ່ງ​ສ້າງ​ຜົນ​ງານ​ໃໝ່​ຢູ່ ແມ່​ນ້ຳ ແທກ​ຫານ ແລະ ແມ່​ນ້ຳ ເບັ້ນ​ຫາຍ - ảnh 1ພິທີສະເຫຼີມສະຫຼອງວັນປົດປ່ອຍກວ໋າງຈິ ຄົບຮອບ 50 ປີ  (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີ ວ່າ:

        “ທີໜຶ່ງແມ່ນ, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ປະດິດຄິດສ້າງ; ປຸກລຸກຄວາມຄາດຫວັງພັດທະນາຢ່າງວັດທະນາຖາວອນ ແລະ ຜາສຸກ; ຊຸກຍູ້ນ້ຳໃຈກ້າຄິດ, ກ້າເຮັດ, ກ້າທຳ, ກ້າຮັບຜິດຊອບຂອງຖັນແຖວການນຳຂອງແຂວງ ເພື່ອຜົນປະໂຫຍດລວມ; ສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງພັກ, ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ. ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນອົງຄະນະພັກ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ; ເສີມຂະຫຍາຍບົດບາດເປັນແບບຢ່າງຂອງຜູ້ນຳພາ. ທີສອງ, ແຂວງ ກວ໋າງຈິ ຄວນມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງແຂວງ, ຕັ້ງໜ້າປະຕິຮູບການບໍລິຫານ; ເສີມຂະຫຍາຍຊັບພະຍາກອນມະນຸດ. ຈົ່ງສູ້ຊົນເພື່ອໃຫ້ເສັ້ນຂະໜານ 17, ແມ່ນ້ຳເບັ໊ນຫາຍ ໃຫ້ກາຍເປັນເປົ້າໝາຍໂດດເດັ່ນໃໝ່ທາງດ້ານພັດທະນາເສດຖະກິດ - ສັງຄົມ, ຈົ່ງສ້າງຜົນງານທີ່ມະຫັດສະຈັນຢູ່ແມ່ນ້ຳ ແທກຫານ ແລະ ແມ່ນ້ຳເບັ໊ນຫາຍ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ຄົນລຸ້ນກ່ອນ, ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຢູ່ແມ່ນ້ຳອະມະຕະແຫ່ງນີ້; ເພື່ອໃຫ້ສົມກັບປະຫວັດສາດອັນສະຫງ່າລາສີຂອງດິນແດນແຫ່ງນີ້”.

        ຕອນເຊົ້າວັນທີ 30 ເມສາ, ຢູ່ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ຢູ່ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ໄດ້ເຂົ້າຮ່ວມພິທີຊັກທຸງທ້ອນໂຮມປະເທດຊາດເປັນເອກະພາບປີ 2022.

        ຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຝຸກ ກໍໄດ້ເຂົ້າຮ່ວມພິທີປະຕິບັດໂຄງການກໍ່ສ້າງເຂດອຸດສາຫະກຳ ກວ໋າງຈິ, ໂຄງການສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍແຂວງກວ໋າງຈິ (1/5/1972 – 1/5/2022).

ຕອບກັບ

ຂ່າວ/ບົດ​ອື່ນ