ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບການນຳແຂວງ ເງະອານ
(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ຢູ່ນະຄອນ ວິງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ເງະອານ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ແຂວງເງະອານ ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າໃນທຸກດ້ານ ໃນປີ 2021, ພິເສດແມ່ນຄວບຄຸມໂລກລະບາດໂຄວິດ - 19.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) |
ເຖິງຢ່າງໃດກໍຕາມ, ທ່ານປະທານປະເທດ ຖືວ່າ ເພື່ອພັດທະນາຢ່າງແຮງ ໃນໄລຍະຈະມາເຖິງ, ເງະອານຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວເງະອານ ດ້ວຍຄາດຫວັງບືນຕົວຂຶ້ນຢ່າງແຮງ, ກຳລັງແຮງງານໜຸ່ມຢ່າງຫຼວງຫຼາຍ, ກຳນົດເສດຖະກິດທະເລ ແມ່ນກຳລັງໜູນລວມມີທັງທ່າກ່ຳປັ່ນ, ການພັດທະນາການທ່ອງທ່ຽວ. ທາງທິດຕາເວັນຕົກຂອງ ແຂວງ ມີຄວາມສາມາດບົ່ມຊ້ອນໃຫຍ່ ເພື່ອພັດທະນາກະສິກຳ. ທາງແຂວງກໍ່ຄວນຂຸດຄົ້ນຍຸດທະສາດທີ່ສາມາດເຊື່ອມຕໍ່ບັນດາເຂດ, ເຂເສດຖະກິດ ໃນເຂດ ກໍ່ຄືເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງປະເທດລາວ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 4. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໄດ້ຊີ້ນຳພະນັກງານ, ນັກຮົບທະຫານເຂດ 4 ຕ້ອງປະຕິບັດສອງໜ້າທີ່ຍຸດທະສາດໃນການສ້າງສາ, ປົກປັກຮັກສາ ປະເທດຊາດ, ຍຸດທະສາດພັດທະນາເສດຖະກິດສັງຄົມໃນບໍລິເວນຢ່າງມີປະສິດທິຜົນ.