ທ່ານປະທານປະເທດ ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງ ບັນດາການນຳພື້ນຖານເສດຖະກິດ APEC ກັບສະພາໃຫ້ຄຳປຶກສາດຳເນີນທຸລະກິດ, ແຂກຖືກເຊີນ
(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂການໂອ້ລົມສົນທະນາ ລະຫວ່າງບັນດາການນຳ APEC ກັບບັນດາສະມາຊິກຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC).
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳ APEC ເຂົ້າຮ່ວມການເຮັດວຽກ (ພາບ: TTXVN) |
ວັນທີ 16 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂການໂອ້ລົມສົນທະນາ ລະຫວ່າງບັນດາການນຳ APEC ກັບບັນດາສະມາຊິກຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC). ນີ້ແມ່ນການເຄື່ອນໄຫວປະຈຳປີໃນຂອບເຂດສັບປະດາສຸດຍອດ APEC ເພື່ອໃຫ້ບັນດາການນຳ APEC ມີການແລກປ່ຽນຢ່າງກົງໄປກົງມາ, ແທດຈິງ ແລະ ຮັບຟັງບັນດາຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດໃນພາກພື້ນ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງບັນດາການນຳ APEC ກັບແຂກຖືກເຊີນແມ່ນ ທ່ານປະທານາທິບໍດີ ໂກລົມເບຍ Gustavo Petro, ທ່ານນາຍົກລັດຖະມົນຕີ Fiji Sitiveni Rabuka ແລະ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ Shri Piyush Goyal. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ APEC ແລະ ບັນດາຄູ່ຮ່ວມມືຍູ້ແຮງໂຄງການຮ່ວມມືກ່ຽວກັບພະລັງງານທົດແທນ ແລະ ຫັນບັນດາຂົງເຂດອຸດສາຫະກຳເປັນສີຂຽວ, ພັດທະນາກະສິກຳທຳມະຊາດ ແລະ ຟື້ນຟູຊັບພະຍາກອນທຳມະຊາດ; ການຊ່ວຍເຫຼືອສັງຄົມ ແລະ ຫັນປ່ຽນຍຸຕິທຳ.
ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແລກປ່ຽນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ; ທ່ານປະທານາທິບໍດີ ອາເມລິກາ Joe Biden; ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ເພື່ອສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຢ່າງເລິກເຊິ່ງກ່ວາເກົ່າ ແລະ ແລກປ່ຽນບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.