ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ ລາວ

(VOVWORLD) -ຕອນເຊົ້າວັນທີ 30 ມີນາ ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS 6) ແລະ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10).
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ ລາວ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ 

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ແລະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສຸດຈິດສຸດໃຈສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ລາວ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມເຊື່ອໝັ້ນວ່າ ເສີມຂະຫຍາຍບັນດາຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ຜ່ານມາ, ປີ 2018 ຈະແມ່ນປີທີ່ມີຄວາມສະດວກ ເພື່ອໃຫ້ 2 ປະເທດຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ດ້ວຍບາດກ້າວພັດທະນາໃໝ່ຫລາຍຢ່າງ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ ລາວ - ảnh 2 ທ່ານ ເຈີ່ນດ້າຍກວາງ ແລະ ທ່ານ ທອງລຸນ ສີສຸລິດ

        ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ສະເໜີ 2 ຝ່າຍຈົ່ງຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມືເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ເປັນຕົ້ນແມ່ນໃນຂົງເຂດຄົມມະນາຄົມ - ຂົນສົ່ງ, ພະລັງງານ, ເອົາໃຈໃສ່ເປັນພິເສດເຖິງບັນດາໂຄງການຈຸດສຸມ, ພ້ອມທັງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ