ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ເຂົ້າຢ້ຽມຂຳ່ນັບ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານນາງ Catherine Wong
(vovworld) – ຕອນບ່າຍວັນທີ 24/01, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ແລະ ປາດຖະໜາວ່າ 2 ຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນຕາມຈີນຕະນາການໃໝ່, ມີຫົວຄິດປະດິດສ້າງ ແລະ ນຳມາເຊິ່ງມູນຄ່າເພີ່ມສູງ. ທ່ານປະທານປະເທດ ສະເໜີວ່າ ໃນໄລຍະຈະມາເຖິງ, ທ່ານນາງເອກອັກຄະລັດຖະທູດຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຊຸກຍູ້ການຮ່ວມມື 2 ປະເທດ, ພິເສດແມ່ນຂົງເຂດເສດຖະກິດ, ຮຽກຮ້ອງບັນດານັກລົງທຶນ ສິງກະໂປ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ. ພ້ອມທັງ ສ້າງຄວາມສະດວກໃຫ້ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ ນຳເຂົ້າຕະຫລາດ ສິງກະໂປ. ທ່ານປະທານປະເທດ ສະເໜີ 2 ຝ່າຍສືບຕໍ່ເສີມຂະຫຍາຍທ່າແຮງຂອງບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP); ພ້ອມທັງ ຊຸກຍູ້ການສ້າງຕັ້ງ VSIP ຢູ່ ດ່າໜັງ ແລະ ຄົ້ນຄວ້າສ້າງບັນດາຮູບແບບຮ່ວມມືໃຫມ່ຄື: ເຂດເຕັກໂນໂລຊີສູງ, ສູນປະດິດສ້າງຢູ່ບັນດານະຄອນໃຫຍ່ຂອງຫວຽດນາມ. ທ່ານປະທານປະເທດມີຄວາມເຊື່ອໝັ້ນວ່າ ໃນຖານະເປັນຜູ້ຕາງຫນ້າສູງສຸດຂອງ ສິງກະໂປ ຢູ່ຫວຽດນາມ, ທ່ານນາງ ເອກອັກຄະລັດຖະທູດຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.