ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ເປັນປະທານຮ່ວມການປະຊຸມຂ່າວ

(VOVWORLD) -ຕອນຄ່ຳວັນທີ 31 ພຶດສະພາ (ຕາມເວລາທ້ອງຖິ່ນ), ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ແລະທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເປັນປະທານຮ່ວມການປະຊຸມຂ່າວ, ປະກາດໝາກຜົນຂອງການເຈລະຈາ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe  ເປັນປະທານຮ່ວມການປະຊຸມຂ່າວ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe  ເປັນປະທານຮ່ວມການປະຊຸມຂ່າວ

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ແຈ້ງ ໃຫ້ຮູ້ວ່າ ການນຳສອງປະເທດໄດ້ແລກປ່ຽນຄຳເຫັນຢ່າງແທດຈິງ ກ່ຽວກັບການພົວພັນສອງຝ່າຍ, ກໍຄືບັນດາບັນຫາ ທີ່ປະຊາຄົມສາກົນພວມປະເຊີນໜ້າ. ໃນນັ້ນ, ຍີ່ປຸ່ນຈະສືບຕໍ່ໜູນຊ່ວຍການເຕີບໂຕແບບຍືນຍົງຂອງຫວຽດນາມຢ່າງແຮງ. ພິເສດແມ່ນ ເອົາໃຈໃສ່ເຖິງຂົງເຂດກໍ່ສ້າງພື້ນຖານໂຄງລ່າງ ໃຫ້ມີຄຸນນະພາບສູງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ສອງຝ່າຍເຫັນດີເປັນເອກະພາບກ່ຽວກັບທິດທາງໃຫຍ່ ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ທະວີບອາຊີ ລະຫວ່າງສອງປະເທດຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາກວ່າອີກ, ສະແດງໃຫ້ເຫັນຢ່າງຈະແຈ້ງໃນຖະແຫຼງການຮ່ວມລະຫວ່າງສອງປະເທດທີ່ຫາກໍໄດ້ຮັບຮອງເອົາ.

        “ສອງຝ່າຍເຫັນດີເປັນເອກະພາບຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ເປັນປະຈຳ, ຊຸກຍູ້ການພົວພັນແລກປ່ຽນສະພາແຫ່ງຊາດ, ເພີ່ມທະວີການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນໃນປີ 2018. ຜ່ານນັ້ນ, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາຄວາມໝັ້ນຄົງຂອງການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ