(vovworld) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດສປ ຈີນ, ຕອນຄໍ່າວັນທີ 20/06, ຢູ່ສະຖານທູດຫວຽດນາມ ທີ່ປັກກິງ, ປະເທດຈີນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ພົບປະກັບບັນດາພະນັກງານ, ພາລະກອນສະມາຄົມມິດຕະພາບ, ອະດີດທີ່ປຶກສາການທະຫານ, ອະດີດເຈົ້າໜ້າທີ່ການທູດ, ນັກຮຽນຮູ້, ປັນຍາຊົນຈີນ, ຊາວໜູ່ມ, ນັກສຶກສາຈີນ.
ໃນຈຳນວນບັນດາຜູ້ຕາງໜ້າໃນການພົບປະ, ມີຫຼາຍຄົນມີຄວາມຜູກພັນປະເທດຊາດ ແລະ ປະຊາຊົນຫວຽດນາມຜ່ານບັນດາຕຳແໜ່ງຄື: ອະດີດເອກອັກຄະລັດຖະທູດ, ຜູ້ຕິດຕໍ່ສື່ສານ, ພາລະກອນສາທາລະນະສຸກໄດ້ເບິງແຍງປະທານໂຮ່ຈິມິນ, ອະດີດທະຫານ, ນັກສິລະປີນ... ທີ່ເຄີຍຮໍ່າຮຽນ ແລະ ປະຕິບັດງານຢູ່ຫວຽດນາມ.
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ, ໂດຍແມ່ນຊາດທີຊັດຊື່, ຖືຄວາມຮັກແພງເປັນສຳຄັນ, ຍາມໃດຫວຽດນາມ ກໍຈົດຈຳ ແລະ ຖືເປັນສຳຄັນການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ພາລະກິດປະຕິວັດຂອງຫວຽດນາມ. ຫວຽດນາມ ມີທັດສະນະຢ່າງສະເໝີຕົ້ນສະເໝີປາຍ, ຖືການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບພັກ, ລັດ ແລະ ປະຊາຊົນຈີນ ເປັນສຳຄັນ, ຖືນີ້ແມ່ນນະໂຍບາຍພື້ນຖານ, ສະເໝີຕົ້ນສະເໝີປາຍ, ຍາວນານ ແລະ ໃຫ້ບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ຄຽງຂ້າງບັນດາຜົນງານຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ທ່ານປະທານປະເທດກໍຖືວ່າ ແມ່ນ 2 ປະເທດບ້ານໄກ້ເຮືອນຄຽງ ສະນັ້ນບໍ່ອາດຫຼີກເວັ້ນບັນດາບັນຫາທີ່ບໍ່ລົງລອຍກັນ, ໃນນັ້ນສິ່ງທີ່ໜ້າສົນໃຈແມ່ນຄວາມບໍ່ລົງລອຍກັນບົນທະເລ. ທ່ານປະທານປະເທດເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ ແລະ ຄວາມມານະພະຍາຍາມລວມຂອງທັງ 2 ຝ່າຍ, ພ້ອມກັບບົດຮຽນແກ້ໄຂບັນດາບັນຫາຊາຍແດນທາງບົກ ແລະ ແບ່ງກຳນົດເຂດອ່າວພາກເໜືອ, ຫວຽດນາມ ແລະ ຈີນ ສາມາດຕັດສິນໃຈ, ມີກຳລັງຄວາມສາມາດ, ພູມປັນຍາ ແລະ ຄຸນນະທາດຢ່າງພຽງພໍເພື່ອແກ້ໄຂຢ່າງສົມເຫດສົມຜົນບັນດາບັນຫາທະເລ ໃຫ້ເໝາະສົມກັບການພົວພັນລະຫວ່າງ 2 ປະເທດ ກໍຄືກົດໝາຍ ແລະ ພຶດຕິກຳສາກົນ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ໃນພຶດຕິກຳປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ມີພຽງແຕ່ນ້ຳໃຈມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາບົນພື້ນຖານສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ຈຶ່ງແມ່ນການເລືອກທີ່ຖືກຕ້ອງຂອງການພົວພັນລະຫວ່າງ 2 ປະເທດ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ.”
ທ່ານປະທານປະເທດປາດຖະໜາວ່າ ບັນດາອະດີດຜູ້ຊ່ຽວຊານ, ນັກຮຽນຮູ້, ປັນຍາຊົນ ແລະ ບັນດາໄວໜຸ່ມຈີນ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພັດທະນາມິດຕະພາບລະຫວ່າງ 2 ປະເທດ.