ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມເກາະ ຫຼີເຊີນ, ແຂວງກວາງນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມເກາະ ຫຼີເຊີນ, ແຂວງກວາງນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ຢ້ຽມຢາມ​ເກາະ ຫຼີ​ເຊີນ
(ພາບ: VGP)


(vovworld) –  ຕອນ​ບ່າຍ​ວັນ​ທີ 15/04, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ຊອກ​ຮູ້​ການ​ເຄື່ອນ​ໄຫວ​ອາຊີບ​ປະ​ມົງ ​ແລະ ຊີວິດ​ຂອງ​ປະຊາຊົນ​ຊາວ​ປະ​ມົງຢູ່​ເກາະ ຫຼີ​ເຊີນ, ​ແຂວງ ກວາງ​ຫງ້າຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ ຍາມ​ໃດ ພັກ, ລັດ ກໍ​ຕິດຕາມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ພໍ່​ແມ່​ປະຊາຊົນ ​ແລະ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ປະຊາຊົນ​ອຸ​ນອ່ຽງ​ໃຈ​ເຄື່ອນ​ໄຫວ​ບົນທະ​ເລ. ທ່ານ​ປະທານ​ປະ​ເທດ ກໍ​ເອົາ​ໃຈ​ໃສ່​ວ່າ ​ເມື່​​ອ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕ້ອງ​ມີ​ການ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ແໜ້ນ​ແຟ້ນ, ​ໃຫ້​ຂ່າວ​ຢ່າ​ງທັນການ​ບັນດາ​ກໍ​ລະ​ນີທີ່​ເກີດ​ຂຶ້ນ ​ເມື່ອ​ເຄື່ອນ​ໄຫວ​ຢູ່​ທະ​ເລ ​ເພື່ອ​​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ​ໄວ​ສຸດ.

ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 15/04, ທີ່​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຫຼີ​ເຊີນ, ທ່ານ​ປະທານ​ປະ​ເທດ ​ໄດ້​ມີ​ການ​​ເຮັ​ດວຽກ​ກັບ​ການ​ນຳ​ຫລັກ​ແຫ​ລ່ງ​ແຂວງ ​ກວາງ​ຫງາ​້ຍ, ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ ຢູ່​ທ້ອງ​ຖິ່ນ​ໃນ​ປີ 2012 ​ແລະ ງວດ​ທີ 1 ປີ 2013.

ທ່ານປະ​ທານ​ປະ​ເທດສະ​ເໜີ​​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ, ໝູ່​ຄະນະ​ຄວນເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​​ພໍ່​ແມ່​ປະຊາຊົນ​ປະສົບ​ກັບ​ໄຟ​ທຳ​ມະຊາດ, ພາຍຸນ້ຳ​ຖ້ວມ, ​ຄວາມ​ສ່ຽງ​ເມື່ອ​ເຄື່ອນ​ໄຫວ​ບົນ​ທະ​ເລຢ່າງ​ທັນ​ການ ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ປາ​ມົງສາມາດ​ແກ້​ໄຂ​ຜົນ​ຮ້າຍກັບ​ຄືນ​ສູ່​ທະ​ເລ​ສືບ​ຕໍ່ທຳ​ການ​ຜະລິດ.

ຂ່າວ/ບົດ​ອື່ນ