( vovworld ) - ຕອນບ່າຍວັນທີ 14/2 ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ກິມບິ່ງ ໃນບໍລິເວນເມືອງ ຈຽມຮ໋ວາ, ແຂວງ ຕວຽນກວາງ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຖະຫວາຍທູບທຽນອາໄລຫາບັນດານັກປະຕິວັດລຸ້ນກ່ອນໆ ແລະ ບັນດາຜູ້ທີ່ເສຍສະລະຊີວິດເພື່ອຊາດ ເຊິ່ງໄດ້ສະຫງວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຂອງ ຫວຽດນາມ.
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມຖາມຂ່າວປະຊາຊົນບ້ານ ບໍ໋ກຸງ ແລະ ເຮັດວຽກກັບຕາແສງ ກິມບິ່ງ ກ່ຽວກັບສະພາບພັດທະນາເສດຖະກິດສັງຄົມ. ທ່ານປະທານປະເທດໄດ້ຕັກເຕື່ອນວ່າ ເຖິງວ່າບັນລຸໄດ້ບາງໝາກຜົນກໍຕາມແຕ່ເພື່ອພັດທະນາໃຫ້ຍື່ນຍົງ ແລະ ມຸ່ງໄປເຖິງການຜະລິດສິນຄ້າ ອຳນາດການປົກຄອງ ແລະ ປະຊາຊົນຄວນສຸ້ມໃສ່ປະຕິບັດໂຄງການກໍ່ສ້າງເຂດຊົນລະບົດໃໝ່ເປັນຢ່າງດີ, ທ່ານກ່າວວ່າ.
“ຢູ່ເຂດນີ້ ນອກຈາກສະບຽງອາຫານ, ພວກເຮົາສາມາດປູກປ່າ, ດຽວນີ້ມີໂຮງຈັດຢູ່ທີ່ນີ້ແລ້ວ ສະນັ້ນກໍ່ມີສົ້ນອອກທີ່ດີ, ບໍ່ຜະລິດສິ້ນຄ້າກະສິກຳຈະບໍ່ມີຊົນລະບົດໃໝ່. ຕາແສງເຂດຊົນນະບົດໃໝ່ນີ້ຕ້ອງພັດທະນາ, ຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນ, ຄວາມສະຫງົບປອດໄພໄດ້ຮັບປະກັນ, ລະບົບການເມືອງ, ພິເສດອົງຄະນະພັກຕ້ອງປອດໄສ, ເຂັ້ມແຂງ, ໄດ້ຮັບການຮັບຮູ້ຈາກທົ່ວປວງຊົນ.”