ທ່ານປະທານປະເທດ ເຈືອງເຕີນຊາງ
ລົງຢ້ຽມຢາມ ຕາແສງ EA Tul, ເມືອງ Cu – Mga
(ພາບ: bmtvn.com)
|
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງເຂດ ໄຕງວຽນ, ຕອນເຊົ້າວັນທີ 18/3, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ, ໄດ້ມີການເຮັດວຽກກັບພະນັກງານ, ພາລະກອນສານປະຊາຊົນ ແລະ ອົງການໄອຍະການປະຊາຊົນແຂວງດັກລັກ ກ່ຽວກັບການຜັນຂະຫຍາຍປະຕິບັດວຽກງານປະຕິຮູບດ້ານຕຸລາການໃນໄລຍະຜ່ານມາ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ຊົມເຊີຍຄວາມມານະພະຍາຍາມຜ່ານຜ່າຄວາມຫຍູ້ງຍາກຂອງ 2 ຂະແໜງ ສານ ແລະ ໄອຍະການໃນໄລຍະຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະປຽບຮຽບຮ້ອຍໃນບໍລິເວນແຂວງ. ທ່ານປະທານປະເທດ ໄດ້ຕັກເຕືອນວ່າ, ບັນຫາທີ່ວາງອອກນັ້ນບໍ່ແມ່ນແກ້ໄຂບັນດາຄະດີຢ່າງທັນການເທົ່ານັ້ນ ຫາກຍັງຕ້ອງເຮັດແນວໃດເພື່ອສັງຄົມພັດທະນາ, ຈຳນວນຄະດີຕ້ອງຫຼຸດໜ້ອຍຖອຍລົງ.
ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນການປົກຄອງເຂດໄຕງວຽນ ສັງກັດສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈີມິນ, ໄປຢ້ຽມຢາມ ແລະ ສຳຫຼວດຕົວຈິງຄວາມສາມາດຫັນປ່ຽນໂຄງປະກອບທີ່ດິນ, ແນວປູກຢູ່ເມືອງບວນດົນ.
ຕອນບ່າຍວັນທີ 18/3, ທ່ານປະທານປະເທດ ໄດ້ລົງກວດກາສະພາບການເສດຖະກິດ, ສັງຄົມ ແລະ ກໍ່ສ້າງຊົນນະບົດໃໝ່ຢູ່ເມືອງ Cu – Mgar, ແຂວງດັກລັກ ແລະ ເຮັດວຽກກັບຄະນະຊີ້ນຳເຂດ ໄຕງວຽນ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຊອກຮູ້ຮູບແບບການພັດທະນາເສດຖະກິດ - ສັງຄົມຢູ່ຕາແສງ EA Tul, ເມືອງ Cu – Mga. ນີ້ແມ່ນ 1 ໃນ 4 ຕາແສງໄດ້ເລືອກເຟັ້ນເພື່ອຜັນຂະຫຍາຍປະຕິບັດທົດລອງກໍ່ສ້າງຊົນນະບົດໃໝ່ຂອງແຂວງດັກລັກ. ເມື່ອໂອ້ລົມກັບພະນັກງານ ແລະ ພໍ່ແມ່ປະຊາຊົນໃນຕາແສງ EA Tul, ທ່ານປະທານປະເທດ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໄດ້ສາມັກຄີ, ຮ່ວມແຮງຮ່ວມໃຈເພື່ອກໍ່ສ້າງຮູບແບບຊົນນະບົດໃໝ່ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ.
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະຊີ້ນຳເຂດໄຕງວຽນ. ທ່ານປະທານປະເທດ ຍ້ອງຍໍສັນລະເສີນຄະນະຊີ້ນຳໄດ້ຢ່າງໃກ້ຊິດຊີ້ນຳການພັດທະນາເສດຖະກິດ ແລະ ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນເຂດໄຕງວຽນ. ທ່ານປະທານປະເທດ ເນັ້ນໜັກວ່າ: ຢາກປະຕິບັດ 2 ໜ້າທີ່ດັ່ງກ່າວໃຫ້ໄດ້ຕ້ອງເອົາໃຈໃສ່ເປັນພິເສດເຖິງ 2 ບັນຫາສຳຄັນ, ນັ້ນແມ່ນປະຕິບັດນະໂຍບາຍທີ່ດິນ, ແກ້ໄຂວຽກເຮດງານທຳ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ປັບປຸງສ້າງສຳເລັດລະບົບການເມືອງຂັ້ນຮາກຖານ.