ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ຈຸມມາລີ ໄຊຍະສອນ ໄດ້ເປັນສັກຂີພິຍານ ແລະ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສະໜາມບິນສາກົນ ອັດຕະປຶ ໂດຍ ກຸ່ມບໍລິສັດ ຮ່ວາງແອງຢາລາຍ ລົງທຶນກໍ່ສ້າງ. ນະພິທີ, ທ່ານເລຂາຄະນະພັກ, ເຈົ້າແຂວງ ແຂວງອັດຕະປຶ ຄຳພັນ ພົມມະທັດ ໄດ້ຕີລາຄາສູງໂຄງການນີ້ ແລະ ອວຍພອນໃຫ້ການຮ່ວມມືແບບພິເສດ ຫວຽດນາມ - ລາວ, ກໍ່ຄືການຮ່ວມມືລະຫວ່າງ ຫວຽດນາມ ກັບແຂວງ ອັດຕະປື ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ເຊື່ອໝັ້ນວ່າເມື່ອສະໜາມບິນອັດຕະປືໄດ້ຮັບການກໍ່ສ້າງສຳເລັດ ຈະແມ່ນຂົວເຊື່ອມຕໍ່ດ້ານການຄ້າ ແລະ ເພີ່ມທະວີການພົບປະແລກປ່ຽນລະຫວ່າງ 2 ປະເທດ ກໍຄືຢູ່ພາກພື້ນ. ແລະ ກໍໃນຕອນທ່ຽງຂອງວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມງານລ້ຽງຂອງທ່ານເລຂາຄະນະພັກ, ເຈົ້າແຂວງ ແຂວງອັດຕະປື ຄຳພັນ ພົມມະທັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈຸມມາລີໄຊຍະສອນ ກໍ່ໄດ້ເຂົ້າຮ່ວມງານລ້ຽງ ແລະ ສົ່ງທ່ານປະທານປະເທດເດີນທາງອອກຈາກອັດຕະປືກັບຄືນແຂວງຈຳປາສັກ. ຕອນບ່າຍວັນທີ 11/2, ທ່ານປະທານປະເທດ ເຈືອງເຕີ໋ນຊາງ, ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ເດີນທາງກັບເມືອປະເທດສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ເປັນທາງການຢ່າງຈົບງາມ.
ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ ໃຫ້ຂ່າວວ່າ, ໃນຊຸມວັນນີ້, ສື່ມວນຊົນຂອງ ລາວ ໄດ້ມີຫຼາຍບົດຂຽນທີ່ຍ້ອງຍໍສັນລະເສີນການໄປຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ສສ ຫວຽດນາມ ເຈືອງເຕີນຊາງ. ໜັງສືພິມປະຊາຊົນໄດ້ລົງພິມບົດນຳຊົມເຊີຍການຢ້ຽມຢາມຂອງທ່ານປະທານປະເທດ ເຈືອງເຕີນຊາງ. ໃນວັນທີ 9 ແລະ 10 ກຸມພາ, ສຳນັກຂ່າວສານແຫ່ງຊາດລາວ ( KPL ), ໜັງສືພິມວຽງຈັນໃໝ່, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ, ໂທລະພາບເອກະຊົນລາວ ລ້ວນແຕ່ໃຫ້ຂ່າວກ່ຽວກັບພິທີຕ້ອນຮັບທ່ານປະທານປະເທດ ເຈືອງເຕີນຊາງ ຢ່າງສົມກຽດ. ບັນດາໜັງສືພິມລ້ວນແຕ່ຍົກສູງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ນ້ຳໃຈຮັກແພງ, ເຄົາລົບນັບຖືທີສຸດທີ່ສະຫງວນໃຫ້ແກ່ທ່ານປະທານປະເທດ ສສ ຫວຽດນາມ ແລະ ຢືນຢັນວ່າ ສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນບໍລິສຸດຜຸດຜ່ອງຖານສະຫາຍອ້າຍນ້ອງອັນສະໜິດສະໜົມ.
ສື່ມວນຊົນຂອງ ລາວ ຍັງໂຄສະນາຢ່າງເລິກເຊິ່ງເຖິງການເຄື່ອນໄຫວຂອງທ່ານປະທານປະເທດ ເຈືອງເຕີນຊາງ ຢູ່ ລາວ, ກໍ່ຄືອາລົມຈິດ, ຄວາມນັບຖືຂອງທ່ານປະທານປະເທດ ເຈືອງເຕີນຊາງ ທີ່ມີຕໍ່ການນຳຂອງລາວທີ່ໄດ້ພັກກິນເບ້ຍບຳນານຄື ໄປຢ້ຽມຢາມຄອບຄົວຂອງທ່ານ ສີສະຫວາດ ແກ້ວບຸນພັນ ອາດິດປະທານແນວລາວສ້າງຊາດ, ໄປຢ້ຽມຢາມຄອບຄົວທ່ານ ຄຳໄຕ ສີພັນດອນ ອາດິດປະທານພັກ, ປະທານປະເທດລາວ ທີ່ໄດ້ພັກກິນເບ້ຍບຳນານຢູ່ພາກໃຕ້ລາວ.