ທ່ານປະທານປະເທດ Truong Tan Sang ຢ້ຽມຢາມສູນເຂດຮ້ອນ ຫວຽດນາມ - ລັດເຊຍ

ທ່ານປະທານປະເທດ Truong Tan Sang ຢ້ຽມຢາມສູນເຂດຮ້ອນ ຫວຽດນາມ - ລັດເຊຍ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang ຢ້ຽມຢາມ​ສູນ​ເຂດ​ຮ້ອນ
ຫວຽດນາມ - ລັດ​ເຊຍ )


( vovworld ) -   ວັນ​ທີ 18/5, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ໝູ່​ພະນັກງານ, ພາລະ​ກອນ​ສູນ​ເຂດ​ຮ້ອນ​ຫວຽດນາມ - ລັດ​ເຊຍ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​​ໃນການ​ເຄື່ອນ​ໄຫວ​ທຸກ​ດ້ານ​ຂອງ​ສູນເຂດ​ຮ້ອນ​ໃນ​ຕະຫຼອດ​ກວ່າ 2 ທົດ​ສະ​ວັດທີ່​ຜ່ານ​ມາ, ​ເນັ້ນ​ໜັກ​ວ່າ ການ​ປະຕິບັດ​ບົດບາດໜ້າ​ທີ່ຂອງ​ສູນ​ເຂດ​ຮ້ອນ​ໃນ​ປະຈຸ​ບັນ, ພວມ​ຫັນ​​ໄປ​ສູ່​ໄລຍະພັດທະນາ​​ໃໝ່ດ້ວຍ​ຈຸດ​ສຸມ​ແມ່ນ​ຍູ້​ແຮງ​ບັນດາ​ການ​​ເຄື່ອນ​ໄຫວ​ຄົ້ນຄວ້າ, ນຳ​ໃຊ້ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ບົນ​ພື້ນຖານ​ຮ່ວມ​ມື​ໂດຍ​ກົງ​ກັບ​ບັນດາ​ອົງການ​ວິທະຍາສາດ, ເຕັກ​ໂນ​ໂລ​ຊີ​ ​ແລະ ຜະລິດ​ຂອງ​ສະຫະພັນ​ລັດ​ເຊຍ ​ກ່ຽວ​ກັບ​ເສດຖະກິດ, ປ້ອງ​ກັນ​ປະ​ເທດ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ສະ​ເໜີ​ໃຫ້​ບັນດາ​ພະນັກງານ,​ພາລະ​ກອນ​ຂອງ​ສູນ​ເຂດ​ຮ້ອນ ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອປະຕິບັດ​ສຳ​ເລັດ​ໜ້າ​ທີ່​ ​ເຊິ່ງທັງ​ສອງ​ປະ​ເທດ​ໄດ້​ມອບ​ໝາຍ​ໃຫ້, ກ້າວ​ໄປ​ເຖິງ​​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ຄ້າຍຄື​ກັນຂອງ​ພາກ​ພື້ນ ​ແລະ ຢູ່​ໃນໂລກ, ກາຍ​ເປັນ​ຮາກ​ຖານ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ລະດັບ​ຄວາມ​ຮູ້​ສູງຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ