ທ່ານປະທານປະເທດ Truong Tan Sang
(ພາບ: google.com.vn)
(vovworld)-ພາຍຫຼັງສິ້ນສຸດກອງປະຊຸມຂັ້ນສູງ APEC 2012, ວັນທີ 9/9, ທ່ານປະທານປະເທດ Truong Tan Sang ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ເດີນທາງອອກຈາກ Vladivostok ໄປ Astana ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດເຖິງ ສາທາລະນະລັດ Kazakhstan ແຕ່ວັນທີ 10-11/9/2012 ຕາມຄຳເຊື້ອເຊີນຂອງປະທານາທິບໍດີ ສາທາລະນະລັດ Kazakhstan Nursultan Nazarbayev, ເພື່ອແນໃສ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ Kazakhstan ໃຫ້ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນຢ່າງແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.