ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງສິ້ນສຸດການເຂົ້າຮ່ວມກອງປະຊຸມໃຫຍ່IPU130
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງມອບຂອງຂວັນທີ່ລະນຶກໃຫ້ປະທານກຸ່ມ ສສຊ ອີຕາລີ -ຫວຽດນາມ
(vovworld) – ຕອນເຊົ້າວັນທີ 23/3, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະ ພາລະຫວ່າງຊາດໂລກ (IPU) 130 ເປັນທາງການຢ່າງຈົບງາມ. ທີ່ ກອງປະຊຸມຄົບຄະນະຂອງກອງປະຊຸມໃຫຍ່ IPU 130, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ມີບົດປະກອບຄວາມເຫັນຢືນຢັນແຈ້ງທັດສະນະຂອງຫວຽດນາມ ແມ່ນຍາມໃດກໍ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາບັນຫາສາກົນ, ພິເສດແມ່ນບັນຫາສັນຕິພາບ, ປະຊາທິປະໄຕ, ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ການຕີລາຄາສູງຈາກບັນດາຜູ້ແທນ. ທີ່ວາລະປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ສະເໜີຕໍ່ IPU ກ່ຽວກັບຫົວຂໍ້ໃຫ້ແກ່ກອງປະຊຸມໃຫຍ່ IPU 132 ເຊິ່ງຈັດຕັ້ງຢູ່ຫວຽດນາມນັ້ນແມ່ນ: ລັດຖະສະພາ ແລະ ການປະຕິບັດລາຍການພັດທະນາຢ່າງໝັ້ນຄົງຫຼັງປີ 2015.
ພາຍຫຼັງເຂົ້າຮ່ວມ ກອງປະຊຸມໃຫຍ່ IPU 130, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ ສະຫະພັນສະວິດ ແລະ ສ. ອີຕາລີ. ຢູ່ ສະຫະພັນສະວິດ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາຕຳ່, ທ່ານປະທານສະພາສູງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນປັບປຸງການພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການສຶກສາ. ໃນການຢ້ຽມຢາມທາງລັດຖະກິດ ສ. ອີຕາລີ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາຕຳ່ອີຕາລີ, ທ່ານປະທານາທິບໍດີ ສ. ອີຕາລີ, ປະທານ ແລະ ຮອງປະທານສະພາສູງອີຕາລີ. ໃນການພົບປະເຈລະຈາເຫຼົ່ານັ້ນ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ແລະ ບັນດາການນຳ ອີຕາລີ ລ້ວນແຕ່ຕີລາຄາສູງບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອີຕາລີ. ການນຳສອງຝ່າຍເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມນຳສາຍພົວພັນຫວຽດນາມ - ອີຕາລີ ຂຶ້ນສູ່ລະດັບສູງໃໝ່, ຊຸກຍູ້ການຮ່ວມມືແໜ້ນແຟ້ນໃນທຸກຂົງເຂດເຊິ່ງທັງສອງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນ ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ.