ທ່ານປະທານສະພາແຫ່ງຊາດຫວຽດນາມ ເປັນປະທານກອງປະຊຸມຕີລາຄາ ແລະ ຜັນຂະຫຍາຍການສ້າງກົດໝາຍ, ລັດຖະດຳລັດ
(VOVWORLD) - ຄາດວ່າ, ສະໄໝປະຊຸມເທື່ອທີ 4 ຈະມາເຖິງນີ້ ຈະພິຈາລະນາຮ່າງກົດໝາຍ 7 ສະບັບ, ມະຕິ 1 ສະບັບ. ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ສະເໜີໃຫ້ບັນດາອົງການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າໃນວຽກງານສ້າງກົດໝາຍ, ລັດຖະດຳລັດ.
(ພາບ: VOV)
ຕອນເຊົ້າວັນທີ 22 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ເປັນປະທານກອງປະຊຸມຕີລາຄາສະພາບການປະຕິບັດແຜນການ ແລະ ຜັນຂະຫຍາຍລາຍການສ້າງກົດໝາຍ, ລັດຖະດຳລັດ. ແຜນການຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 15 ໄດ້ກຳນົດ 137 ໜ້າທີ່ນິຕິບັນຍັດຕ້ອງປະຕິບັດ. ມາຮອດປະຈຸບັນ, ບັນດາອົງການໄດ້ສຳເລັດເກືອບ 50% ຈຳນວນໜ້າທີ່ນິຕິບັນຍັດໄດ້ວາງອອກ, ໃນນັ້ນມີ 8 ໜ້າທີ່ໄດ້ລື່ນກາຍຄວາມຄຶບໜ້າ.
ຕີລາຄາທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ຖືວ່າ, ການປະຕິບັດແຜນການ 81 ຂອງຄະນະປະຈຳສະພາແຫ່ງຊາດໃນເກືອບ 1 ປີຜ່ານມາ ໄດ້ບັນລຸໝາກຜົນທີ່ຕັ້ງໜ້າ ແລະ ສຳຄັນ. ວຽກງານຈັດຕັ້ງຜັນຂະຫຍາຍປະຕິບັດໄດ້ຢ່າງມີແບບມີແຜນ, ໄວວາ, ຮີບເຮັ່ງ ແລະ ມີໝາກຜົນ. ມາຮອດປະຈຸບັນ, ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍ 6 ສະບັບ, ມະຕິ 8 ສະບັບ. ຄະນະປະຈຳສະພາແຫ່ງຊາດໄດ້ປະກາດໃຊ້ລັດຖະດຳລັດ 2 ສະບັບ ແລະ ມະຕິ 2 ສະບັບ. ຄາດວ່າ, ສະໄໝປະຊຸມເທື່ອທີ 4 ຈະມາເຖິງນີ້ ຈະພິຈາລະນາຮ່າງກົດໝາຍ 7 ສະບັບ, ມະຕິ 1 ສະບັບ. ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ສະເໜີໃຫ້ບັນດາອົງການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າໃນວຽກງານສ້າງກົດໝາຍ, ລັດຖະດຳລັດ.