ທ່ານປະທານສະພາແຫ່ງຊາດ: ການກວດສອບບັນຊີຕ້ອງແມ່ນເຄື່ອງມື ເພື່ອຍູ້ແຮງການປະຕິບັດການປະຢັດ, ຕ້ານການຟູມເຟືອຍ
(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຕ້ອງຜັນຂະຫຍາຍບົດບາດແມ່ນເຄື່ອງມື ເພື່ອຍູ້ແຮງການປະຕິບັດການປະຢັດ, ຕ້ານການຟູມເຟືອຍ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເຮັດໃຫ້ປອດໃສດ້ານການເງິນຂອງລັດ ກໍ່ຄືນຳໃຊ້ຊັບສິນຂອງລັດ, ການເງິນຂອງລັດ ໃຫ້ນັບມື້ນັບມີປະສິດທິຜົນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ |
ວັນທີ 12 ສິງຫາ, ກ່າວຄຳເຫັນທີ່ການເຮັດວຽກກັບອົງການກວດສອບບັນຊີແຫ່ງລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງບົດບາດຂອງ ອົງການກວດສອບແຫ່ງລັດ ໃນໄລຍະທີ່ຜ່ານມາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຖືວ່າ, ຂະແໜງກວດສອບບັນຊີແຫ່ງລັດ ໄດ້ຮັບເອົາບັນດາບົດຮຽນ, ປະສົບການຂອງໂລກ, ນຳໃຊ້ຢ່າງໄຫວພິບເຂົ້າໃນຈຸດພິເສດສະເພາະຂອງ ຫວຽດນາມ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ອົງການກວດສອບບັນຊີແຫ່ງລັດ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ພ້ອມທັງແມ່ນສະມາຊິກນຳໜ້າ ໃນການສ້າງອົງການກວດສອບບັນຊີສູງສຸດໃນພາກພື້ນ ອາຊີ (ASOSAI). ເມື່ອເນັ້ນໜັ້ກເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຕ້ອງຜັນຂະຫຍາຍບົດບາດແມ່ນເຄື່ອງມື ເພື່ອຍູ້ແຮງການປະຕິບັດການປະຢັດ, ຕ້ານການຟູມເຟືອຍ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເຮັດໃຫ້ປອດໃສດ້ານການເງິນຂອງລັດ ກໍ່ຄືນຳໃຊ້ຊັບສິນຂອງລັດ, ການເງິນຂອງລັດ ໃຫ້ນັບມື້ນັບມີປະສິດທິຜົນ. ທ່ານກ່າວວ່າ:
“ອົງການກວດສອບບັນຊີແຫ່ງລັດ ຕ້ອງຕິດຕາມໃກ້ຊິດກັບບັນດາໜ້າທີ່ ເພື່ອປະຕິບັດບັນດາບົດບາດໜ້າທີ່ຂອງສະພາແຫ່ງຊາດ, ຊ່ວຍລັດຖະບານໃນວຽກງານຄຸ້ມຄອງ ແລະ ບໍລິຫານ, ເປັນຕົ້ນແມ່ນ ແກ້ໄຂບັນດາຈຸດອຸດຕັນ ໃນປັດຈຸບັນ ເພື່ອໃນເວລາຫຼັງໂລກລະບາດໂຄວິດ - 19 ຈະຮັບໃຊ້ໃຫ້ການພັດທະນາຂອງເສດຖະກິດ, ສັງຄົມ... ຂ້າພະເຈົ້າສະເໜີໃຫ້ ສະຫາຍຫົວໜ້າອົງການກວດສອບບັນຊີແຫ່ງລັດ ຈົ່ງຊີ້ນຳປະຕິບັດບົດລາຍງາຍສະຫຼຸບ ທີ່ກ່ຽວຂ້ອງເຖິງການປະຕິບັດການປະຢັດ, ຕ້ານການຟຸນເຟືອຍ ໃນໄລຍະແຕ່ປີ 2016 – 2021”.