ທ່ານປະທານສະພາແຫ່ງຊາດ ບູນກາຣີ Rossen Dimitrov Jeliazkov ມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(VOVWORLD) - ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະປະກອບສ່ວນເພີ່ມທະວີການປັບປຸງ, ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມ ລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ຕ້ອນຮັບທ່ານ ທ່ານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov (ພາບ:daibieunhandan.vn)
|
ວັນທີ 5 ມັງກອນ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ພ້ອມກັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ບຸນກາຣີ ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 5 – 9 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ພາຍຫຼັງໄລຍະເວລາເກືອບ 12 ປີ ເຊິ່ງເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນ ພາຍຫຼັງ ສະພາແຫ່ງຊາດສອງປະເທດ ຫາກໍ່ລົງນາມ ແລະ ຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະປະກອບສ່ວນເພີ່ມທະວີການປັບປຸງ, ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມ ລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ ໃນບັນດາຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ພົບປະແລກປ່ຽນປະຊາຊົນ.