(vovworld) - ທີ່ການຕ້ອນຮັບທ່ານປະທານາທິບໍດີມົງໂກນ Tsakhiagin Elbegdorja ໃນຕອນເຊົ້າວັນທີ 22/11, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສະເໜີວ່າ ຫວຽດນາມ ແລະ ມົງໂກນ ມານະພະຍາຍາມຊຸກຍູ້ການຮ່ວມມື 2 ຝ່າຍ, ໂດຍສະເພາະແມ່ນໃນຂົງເຂດຮ່ວມມືເສດຖະກິດ, ເສີມຂະຫຍາຍຈົນສຸດຄວາມສາມາດບົມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບສະພາແຫ່ງຊາດມົງໂກນ ໃນການເຄື່ອນໄຫວດ້ານກົດໝາຍ, ການຕິດຕາມກວດການສູງສຸດ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ຂອງ 2 ຝ່າຍ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດໃນກາງເດືອນ 11/2014.
ແລະກໍໃນວັນດຽວກັນ, ໃນການໂອ້ລົມກັບນັກສຶກສາສະຖາບັນການຕ່າງປະເທດຫວຽດນາມ, ທ່ານປະທານາທິບໍດີ Tsakhiagin Elbegdorja ໄດ້ແນະນຳກັບບັນດານັກສຶກສາຫວຽດນາມ ກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳ, ເສດຖະກິດ ຂອງມົງໂກນ. ທ່ານປະທານາທິບໍດີ ຊີ້ແຈ້ງວ່າ, ຫວຽດນາມ ແລະ ມົງໂກນ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຍາມໃດກໍ່ໄດ້ຮັບການເປີດກວ້າງ ແລະ ພັດທະນາບົນຈິດໃຈໃກ້ຊິດສະໜິດສະນົມ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ທ່ານປະທານາທິບໍດີ ມົງໂກນ ປາດຖະໜາວ່າ ໃນໄລຍະຈະມາເຖິງຫວຽດນາມ - ມົງໂກນ ຈະເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃນຫຼາຍຂົງເຂດກວ່າອີກ, ໂດຍສະເພາະແມ່ນການສຶກສາ ແລະ ປາດຖະໜາວ່າຈະມີນັກສຶກສາຫວຽດນາມ ໄປມົງໂກນ ເພື່ອຮໍ່າຮຽນ, ຄົນຄວ້າ ກໍ່ຄືຍູ້ແຮງການສົ່ງເສີມ, ສ້າງເງື່ອນໄຂສະດວກເພື່ອໃຫ້ນັກສຶກສາມົງໂກນມາສຶກສາ, ຮໍ່າຮຽນຢູ່ຫວຽດນາມ.