(vovworld) - ຕອນເຊົ້າວັນທີ 29/06, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ (ສສຊ) ແຂວງຮ່າຕິ້ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຟູຫວຽດ, ເມືອງແທກຮ່າ, ແຂວງຮ່າຕິ້ງ, ເພື່ອລາຍງານໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມສຸດທີ 13. ຜູ້ຕາງໜ້າຜູ້ມີສິດເລືອກຕັ້ງເມືອງແທກຮ່າ ເກືອບ 300 ຄົນ ໄດ້ຕີລາຄາສູງໜ້າທີ່ຮັບຜິດຊອບຂອງບັນດາ ສສຊ ໂດຍສະເພາະແມ່ນໃນບັນດາວາລະຊັກຖາມ, ກໍ່ຄືສະແດງຄວາມໄວ້ເນື້ອເຊື່ອໃຈ, ເບີດບານມ່ວນຊື່ນຕໍ່ເລື່ອງເປັນຄັ້ງທຳອິດທີ່ສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈຕໍ່ຜູ້ດຳລົງຕຳແຫນ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫລື ໃຫ້ສັດຕະຍາບັນ. ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຮັບຮອງບັນດາຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງໃສ່ຮ່າງກົດໝາຍຕ່າງໆ, ພິເສດແມ່ນຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ທ່ານປະທານສະພາແຫ່ງຊາດ ກໍ່ຖືວ່າ, ປະຊາຊົນ, ຜູ້ມີສິດເລືອກຕັ້ງສືບຕໍ່ເຂົ້າຮ່ວມການຕິດຕາມກວດກາ, ສະໜັບສະໜູນເພື່ອໃຫ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດມີປະສິດທິຜົນ, ມີຄຸນນະພາບ. ໄລຍະຈະມາເຖິງ, ເລື່ອງລົງຄະແນນສຽງໄວ້ວາງໃຈຈະໄດ້ຮັບການຜັນຂະຫຍາຍສຳລັບສະພາປະຊາຊົນຂັ້ນແຂວງ, ເມືອງ, ຕາແສງ. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດສະເໜີວ່າ:
“ບັນດາຜູ້ມີສິດເລືອກຕັ້ງຄວນພິຈາລະນາສະພາປະຊາຊົນ, ຜູ້ແທນສະພາປະຊາຊົນແຂວງ, ເມືອງ, ຕາແສງ ປະຕິບັດຖືກຕ້ອງບໍ່. ປະຊາຊົນຕ້ອງຕິດຕາມກວດກາ. ຂ້າພະເຈົ້າສະເໜີ ການນຳແຂວງ ໃຫ້ປະຊາຊົນເຂົ້າຮ່ວມການຕິດຕາມກວດກາການລົງຄະແນນສຽງໄວ້ວາງໃຈຢູ່ ຮ່າຕິ້ງ. ປະຕິບັດຢ່າງຖືກຕ້ອງແມ່ນຕ້ອງ ພາວະວິໄສ, ສຸດຈິດສຸດໃຈ, ຊື່ຕົງ, ລະມັດລະວັງ ແລະ ຊັດເຈນ. ຜູ້ແທນປະຊາຊົນຕາງໜ້າໃຫ້ປະຊາຊົນຕ້ອງເຮັດວຽກຢ່າງພາວະວິໄສ, ຊື່ຕົງ, ບໍ່ເພື່ອຜົນປະໂຫຍດສ່ວນຕົວ.”
ທ່ານປະທານສະພາແຫ່ງຊາດ ໃສ່ໃຈແຂວງ ຮ່າຕິ້ງ ສຸມໃສ່ຍູ້ແຮງການພັດທະນາອຸດສາຫະກຳ, ການບໍລິການ ແຕ່ກໍ່ຕ້ອງເອົາໃຈໃສ່ເຖິງກະສິກຳ ແລະ ຊາວກະສິກອນ, ພິເສດແມ່ນປະຊາຊົນຢູ່ເຂດພູດອຍ, ແຄມທະເລ.