ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດິ່ງເຫວະເຂົ້າຮ່ວມພິທີປະກາດ Logo, Website ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9
(VOVWORLD) -ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9 ແຕ່ວັນທີ 14- 17 ກັນຍາປີ 2023 ຢູ່ ນະຄອນຫລວງ ຮ່າໂນ້ຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມພິທີປະກາດ Logo, Website ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9 .ພາບ:quochoi.vn |
ຕອນບ່າຍວັນທີ 3 ສິງຫາ, ຢູ່ ຫໍສະພາແຫ່ງຊາດ ໄດ້ດຳເນີນພິທີປະກາດ Logo, Website ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີ. ກ່າວຄຳເຫັນໃນພິທີປະກາດ, ທ່ານບູ່ຍວັນເກື່ອງ ເລຂານຸການ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9 ແຕ່ວັນທີ 14- 17 ກັນຍາປີ 2023 ຢູ່ ນະຄອນຫລວງ ຮ່າໂນ້ຍ ແມ່ນເຫດການການເມືອງສຳຄັນ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາພາບພົດຂອງ ຫວຽດນາມເວົ້າລວມ ແລະສະພາແຫ່ງຊາດ ຫວຽດນາມເວົ້າສະເພາະ ມາຍັງ ເພື່ອນມິດສາກົນ.
ດ້ວຍຫົວເລື່ອງ “ບົດບາດຂອງໄວຫນຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການຫັນເປັນດິຈີຕອນ ແລະ ນະວັດຕະກຳ”, ວາລະປະຊຸມຄັ້ງຕ່າງໆຈະປຶກສາຫາລືສຸມໃສ່ເຂົ້າໃນ 3 ເນື້ອໃນ: ການຫັນເປັນດິຈີຕອນ, Startup ແລະ ນະວັດຕະກຳ; ຊຸກຍູ້ການຫັນວັດທະນະທຳເປັນຫລາຍຮູບແບບ ເພື່ອການພັດທະນາແບບຍືນຍົງ.
Website ຂອງກອງປະຊຸມດັ່ງກ່າວແມ່ນ Nghisitre.Quochoi.vn ແລະ ສະແດງຜ່ານ 2 ພາສາ: ພາສາ ອັງກິດ ແລະ ພາສາ ຫວຽດ.