ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສສ. ຫວຽດນາມ ມາຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 7 – 12 ເມສາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ |
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ຈ້າວເລືອຈີ ຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສສ. ຫວຽດນາມ ມາຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 7 – 12 ເມສາ.