(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ກຳມະກອນ, ຜູ້ອອກແຮງງານຂອງແຂວງ ອຽນບາຍ ຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ ແລະ ບັນລຸຜົນສຳເລັດ.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ) |
ຕອນບ່າຍວັນທີ 31 ມັງກອນ, ເນື່ອງໃນໂອກາດລະດູບານໃໝ່ປີມະໂລງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ແລະ ກຳມະກອນໃນບໍລິເວນແຂວງ ອຽນບາຍ.
ທີ່ບັນດາການພົບປະ, ອວຍພອນປີໃໝ່, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ກຳມະກອນ, ຜູ້ອອກແຮງງານຂອງແຂວງ ອຽນບາຍ ຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ ແລະ ບັນລຸຜົນສຳເລັດ. ທ່ານສະແດງຄວາມປະທັບໃຈເມື່ອການດຳລົງຊີວິດຢູ່ທີ່ນີ້ໄດ້ມີການປ່ຽນແປງ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈກໍ່ໄດ້ຍົກສູງຂຶ້ນ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສະເໜີວ່າ:
“ພວກຂ້າພະເຈົ້າປາດຖະໜາວ່າ, ອຳນາດການປົກຄອງຈະສືບຕໍ່ປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ເອົາໃຈໃສ່ເຖິງຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ. ສືບຕໍ່ປະຕິບັດວຽກງານຫຼຸດຜ່ອນຄວາມອຶດຫິວ, ທຸກຍາກ ເພື່ອບໍ່ໃຫ້ປະຊາຊົນກັບໄປທຸກຍາກຄືນໃໝ່, ສ້າງເງື່ອນໄຂດີທີ່ສຸດໃຫ້ທຸກຄົນ, ທຸກຄອບຄົວຕ້ອນຮັບບຸນເຕັດປະເພນີຢ່າງອົບອຸ່ນ ແລະ ມີຄວາມປິຕິຊົມຊື່ນກວ່າ”.