ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນບ່າຍວັນທີ 22 ສິງຫາ, ທ່ານປະທານາທິບໍດີ ແຫ່ງ ສ.ກາຊັກສະຖານ Kassym – Jomart Tokayev ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 20 – 22 ສິງຫາ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ Kassym-Jomart Tokayev ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: VOV)

  ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Kassym-Jomart Tokayev ໄດ້ມີການພົບປະ, ເຈລະຈາກັບການນຳຂັ້ນສູງ ແລະ ບັນດາຄະນະຂະແໜງການຂອງ ຫວຽດນາມ. ໃນນັ້ນ, ການນຳສອງຝ່າຍໄດ້ເນັ້ນໜັກວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ ນັບມື້ນັບເປີດກວ້າງອອກສູ່ທຸກຂົງເຂດ, ລວມທັງບັນດາຂົງເຂດໃໝ່ທີ່ມີກຳລັງບົ່ມຊ້ອນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ການນຳສອງປະເທດເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ຜ່ານບັນດາຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ກໍຄືພົວພັນແລກປ່ຽນປະຊາຊົນ.

        ກ່ອນທີ່ຈະກັບຄືນເມືອປະເທດ, ຕອນເຊົ້າໃນວັນດຽວກັນ, ທ່ານປະທານາທິບໍດີ ສ.ກາຊັກສະຖານ Kazakhstan Kassym-Jomart Tokayev ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ຈູເດົ້າ (ແຂວງ ຫາຍເຢືອງ). ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານເຄື່ອງປັ້ນດິນເຜົາທີ່ມີມາແຕ່ດົນນານ ແລະ ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ລະອຽດຂອງ ຫວຽດນາມ, ໄດ້ຖືກນຳໄປວາງສະແດງ, ແນະນຳຢູ່ຫຼາຍປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ