ທ່ານປະທານາທິບໍດີ ລັດເຊຍເຊັນລັດຖະດຳລັດກຳນົດວັນເວລາຈັດຕັ້ງການເລືອກຕັ້ງສະພາຕ່ຳ
(VOVWORLD) - ຕາມກົດໝາຍແລ້ວ, ຂໍ້ຕົກລົງຈັດຕັ້ງການເລືອກຕັ້ງຕ້ອງໄດ້ຮັບການປະກາດຢ່າງເປັນທາງການ ໃນຮອບເວລາ 5 ວັນພາຍຫຼັງໄດ້ຮັບການຮັບຮອງເອົາ.
ກອງປະຊຸມ ຂອງ Duma ແຫ່ງຊາດ (ພາບ: AFP/ TTXVN) |
ຕອນຄ່ຳວັນທີ 17 ມິຖຸນາ, ພະແນກການຂ່າວ ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມເຊັນລັດຖະດຳລັດ ຈັດຕັ້ງການເລືອກຕັ້ງ ສະມາຊິກ Duma ແຫ່ງຊາດ (ສະພາຕ່ຳ) ຊຸດທີ 8 ໃນວັນທີ 19 ກັນຍາ 2021. ເອກະສານທາງການໄດ້ຂຽນວ່າ: ເພື່ອເລືອກຕັ້ງບັນດາສະມາຊິກ Duma ແຫ່ງຊາດ ຊຸດໃໝ່ ໃນວັນທີ 19 ກັນຍາ 2021. ລັດຖະດຳລັດສະບັບນີ້ມີຜົນສັກສິດເລີ່ມແຕ່ວັນກໍ່ໄດ້ຮັບການປະກາດຢ່າງເປັນທາງການ.
ຕາມກົດໝາຍແລ້ວ, ຂໍ້ຕົກລົງຈັດຕັ້ງການເລືອກຕັ້ງຕ້ອງໄດ້ຮັບການປະກາດຢ່າງເປັນທາງການ ໃນຮອບເວລາ 5 ວັນພາຍຫຼັງໄດ້ຮັບການຮັບຮອງເອົາ.
ພ້ອມກັບການເລືອກຕັ້ງ ສະມາຊິກ Duma ແຫ່ງຊາດ, ໃນວັນທີ 19 ກັນຍາ 2021 ນີ້ ກໍ່ຈະດຳເນີນການປ່ອນບັດໂດຍກົງ ເລືອກຕັ້ງ ຫົວໜ້າ ຂອງ 9 ພາກສ່ວນຕົ້ນຕໍຂອງ ສະຫະພັນ ລັດເຊຍ ແລະ 39 ອົງການນິຕິບັນຍັດ.