ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຖະ​ແຫຼງ ໂຕ້​ຕອບ​ຕໍ່​ທຸກການ​ກະ​ທຳ​ແຊກ​ແຊງ​ຈາກ​ພາຍນອກ​​ເຂົ້າ ຢູ​ແກຼນ

(VOVWORLD) -ລັດເຊຍ ຈະມີການກະທຳໂຕ້ຕອບຢ່າງວ່ອງໄວ ຖ້າວ່າມີປະເທດໃດໜຶ່ງແຊກແຊງເຂົ້າສະພາບການຢູ່ ຢູແກຼນ ໃນປັດຈຸບັນ. 
ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຖະ​ແຫຼງ ໂຕ້​ຕອບ​ຕໍ່​ທຸກການ​ກະ​ທຳ​ແຊກ​ແຊງ​ຈາກ​ພາຍນອກ​​ເຂົ້າ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin   (ພາບ: TTXVN)

ລັດເຊຍ ຈະມີການກະທຳໂຕ້ຕອບຢ່າງວ່ອງໄວ ຖ້າວ່າມີປະເທດໃດໜຶ່ງແຊກແຊງເຂົ້າສະພາບການຢູ່ ຢູແກຼນ ໃນປັດຈຸບັນ. ນີ້ແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ເມື່ອກ່າວຄຳເຫັນຢູ່ຕໍ່ໜ້ານັກສ້າງກົດໝາຍຂອງປະເທດນີ້ຢູ່ St Petersburg ໃນວັນທີ 27 ເມສາ.

        ທ່ານປະທານາທິບໍດີ Vladimir Putin   ເນັ້ນໜັກວ່າ ບໍ່ວ່າປະເທດໃດມີຈຸດປະສົງແຊກແຊງເຂົ້າສະພາບການຂອງ ຢູແກຼນ ໃນປັດຈຸບັນ, ພວກເຂົາຄວນເຂົ້າໃຈວ່າ ເຂົາເຈົ້າຈະກໍ່ໄພນາບຂູ່ທີ່ມີລັກສະນະຍຸດທະສາດ ເຊິ່ງລັດເຊຍ ບໍ່ສາມາດຍອມຮັບໄດ້. ສະນັ້ນ, ເຂົາເຈົ້າຄວນເຂົ້າໃຈວ່າ ລັດເຊຍ ຈະມີການໂຕ້ຕອບຢ່າງວ່ອງໄວ.

        ໃນກອງປະຊຸມດັ່ງກ່າວ, ທ່ານ Vladimir Putin   ກໍຖະແຫຼງວ່າ ຈະໂຕ້ຕອບທຸກຄວາມມານະພະຍາຍາມ ທີ່ແນໃສ່ປິດລ້ອມປະເທດນີ້ ເມື່ອຖືວ່າ ສະກຸນເງິນ ຣຸບ, ລະບົບທະນາຄານ, ຂົງເຂດຂົນສົ່ງ ແລະ ພື້ນຖານເສດຖະກິດເວົ້າລວມ ກຳລັງຕ້ານຄືນບັນດາມາດຕະການລົງໂທດທີ່ແນໃສ່ ມົດສະກູ.


ຕອບກັບ

ຂ່າວ/ບົດ​ອື່ນ