ທ່ານປະທານາທິບໍດີ ລັດເຊຍ ປະກາດພ້ອມແລ້ວທີ່ຈະສືບຕໍ່ສະໜອງນ້ຳມັນອາຍແກັດ ໃຫ້ແກ່ ເອີຣົບ
(VOVWORLD) -ລັດເຊຍ ບໍ່ຈຳກັດແຫຼ່ງສະໜອງ ແລະ ພ້ອມແລ້ວທີ່ຈະສະໜອງນ້ຳມັນອາຍແກັດເພີ່ມເຕີມໃນຍາມລະດູໃບໄມ້ຫຼົ່ນ - ລະດູໜາວ.
ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: AP) |
ວັນທີ 12 ຕຸລາ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຖະແຫຼງວ່າ ປະເທດນີ້ ພ້ອມແລ້ວທີ່ຈະສືບຕໍ່ສະໜອງນ້ຳມັນອາຍແກັດໃຫ້ແກ່ ເອີລົບຕາມລະບົບທໍ່ສົ່ງນ້ຳມັນທາງທິດເໜືອຄືເກົ່າ. ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ “ພະລັງງານທົ່ວໂລກໃນໂລກຫຼາຍຂົ້ວ” ໃນຂອບເຂດເວທີປາໄສສາກົນ ສັບປະດາພະລັງງານ ລັດເຊຍ ຄັ້ງທີ 5 (REW 2022) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ ລັດເຊຍ ບໍ່ຈຳກັດແຫຼ່ງສະໜອງ ແລະ ພ້ອມແລ້ວທີ່ຈະສະໜອງນ້ຳມັນອາຍແກັດເພີ່ມເຕີມໃນຍາມລະດູໃບໄມ້ຫຼົ່ນ - ລະດູໜາວ.
ກ່ຽວຂ້ອງເຖິງບັນຫາລະບົບທໍ່ສົ່ງນ້ຳມັນທາງທິດເໜືອເລກ 1 ແລະ ເລກ 2 ຖືກຂັດຂ້ອງ, ທ່ານປະທານາທິບໍດີ Vladimir Putin ຖືວ່າ ນີ້ແມ່ນການກະທຳບຸກໂຈມຕີກໍ່ການຮ້າຍ ເພື່ອແນໃສ່ມ້າງທຳລາຍຄວາມໝັ້ນຄົງທາງດ້ານພະລັງງານຂອງທົ່ວທະວີບ, ພ້ອມດຽວກັນນັ້ນ ນີ້ແມ່ນກົນອຸບາຍເຮັດໃຫ້ສາຍພົວພັນລະຫວ່າງ ລັດເຊຍ ແລະ ສະຫະພາບເອີຣົບ (EU) ຖືກແຕກແຫງ.
ແອັງຕູ - ນັກຂ່າວ VOV ປະຈຳ ລັດເຊຍ