ທ່ານປະທານາທິບໍດີ ສິງກະໂປ ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ
(VOVWORLD) - ໃນບົດກ່າວຄຳເຫັນໃນພິທີຮັບດຳລົງຕຳແໜ່ງຂອງຕົນ, ທ່ານ Tharman Shanmugaratnam ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຈາກປະຊາຊົນ.
ທ່ານ Tharman Shanmugaratnamສາບານຕົວຮັບດຳລົງຕຳແໜ່ງ ປະທານາທິບໍດີສິງກະໂປ
(ພາບ: CNA/Jeremy Long)
|
ຕອນຄ່ຳວັນທີ 14 ກັນຍາ, ທ່ານ Tharman Shanmugaratnam ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ ແລະ ກາຍເປັນປະທານາທິບໍດີ ຄົນທີ 9 ຂອງ ສິງກະໂປຢ່າງເປັນທາງການ, ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ໃນວັນທີ 1 ກັນຍາ. ໃນບົດກ່າວຄຳເຫັນໃນພິທີຮັບດຳລົງຕຳແໜ່ງຂອງຕົນ, ທ່ານ Tharman Shanmugaratnam ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຈາກປະຊາຊົນ. ດ້ວຍຄວາມເຊື່ອໝັ້ນ ເຊິ່ງປະຊາຊົນມອບໃຫ້, ທ່ານຈະສົມທົບກັບລັດຖະບານ, ບັນດາກຸ່ມປະຊາຄົມ ກໍ່ຄືືທົ່ວປະເທດ ເພື່ອປັບປຸງ ລັດທິຫຼາຍເຊື້ອຊາດ ແລະ ສ້າງສັງຄົມທີ່ມີການເຊື່ອມຕົວກ່ວາເກົ່າ, ພ້ອມທັງເຮັດໃຫ້ບັນດາການພົວພັນຮ່ວມມືລະຫວ່າງສິງກະໂປ ກັບປະຊາຄົມສາກົນເລິກເຊິ່ງກ່ວາອີກ.