ທ່ານປະທານາທິບໍດີ ອາເມລິກາ ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ ເອີຣົບ
(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ເດີນທາງໄປຍັງນະຄອນຫຼວງ ລອນດອນ ຂອງ ອັງກິດ ໃນຕອນຄ່ຳວັນທີ 9 ກໍລະກົດ, ເລີ່ມຕົ້ນການຢ້ຽມຢາມ 3 ປະເທດ ອັງກິດ, ລິດວາ ແລະ ແຟງລັງ.
ທ່ານປະທານາທິບໍດີ Joe Biden ຢູ່ທຳນຽບຂາວ (ພາບເອກະສານ: AFP/TTXVN) |
ຕາມແຜນການໂດຍທຳນຽບຂາວປະກາດແລ້ວ, ຄາດວ່າ ວັນທີ 10 ກໍລະກົດ, ຢູ່ ອັງກິດ, ທ່ານປະທານາທິບໍດີ Joe Biden ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ປະເທດເຈົ້າພາບ Rishi Sunak ແລະ ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດກັບເຈົ້າຊີວິດ Charles III. ທຳນຽບຂາວ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານາທິບໍດີ Joe Biden ຈະຊຸກຍູ້ການເພີ່ມທະວີການພົວພັນກັບ ອັງກິດ ໃຫ້ແໜ້ນແຟ້ນກວ່າອີກ. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Joe Biden ກໍ່ຈະໄປຍັງນະຄອນຫຼວງ Vilnius ຂອງ ລິດວາ ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃນວັນທີ 11 – 12 ກໍລະກົດ. ນີ້ເປັນການເຄື່ອນໄຫວຕົ້ນຕໍຂອງທ່ານປະທານາທິບໍດີ ອາເມລິກາ ໃນການເດີນທາງໄປປະຕິບັດງານຢູ່ ເອີຣົບ ຄັ້ງນີ້.
ຮອດວັນທີ 13 ກໍລະກົດ, ທ່ານປະທານາທິບໍດີ Joe Biden ກໍຈະໄປຍັງນະຄອນຫຼວງ Helsinki ຂອງ ແຟງລັງ.