ທ່ານປະທານາທິບໍດີ ອາເມລິກາ: ແຜນການຖອນກໍາລັງທະຫານ ອອກຈາກ ຊີຣີີ ຈະດໍາເນີນຢ່າງລະມັດລະວັງທີ່ສຸດ

(VOVWORLD) -ອາເມລິກາ ຈະຖອນກໍາລັງທະຫານອອກຈາກ ຊີຣີ ຕາມໄລຍະໂດຍອີງຕາມລະດັບທີ່ເໝາະສົມ

ວັນທີ 7 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດວ່າ ການຕໍ່ສູ້ຕ້ານ ອົງການ IS ຍັງບໍ່ທັນສິ້ນສຸດລົງເທື່ອ ແລະ ແຜນການ ອາເມລິກາ ດໍາເນີນການຖອນກໍາລັງທະຫານອອກຈາກ ຊີຣີີ ຈະໄດ້ຮັບການປະຕິບັດຢ່າງ “ລະມັດລະວັງ” ທີ່ສຸດ. ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ  Donald Trump ຊີ້ແຈ້ງວ່າ ອາເມລິກາ ຈະຖອນກໍາລັງທະຫານອອກຈາກ ຊີຣີ ຕາມໄລຍະໂດຍອີງຕາມລະດັບທີ່ເໝາະສົມ, ໃນຂະນະທີ່ ຍັງສືບຕໍ່ການຕໍ່ສູ້ຕ້ານພວກ IS ແລະ ດໍາເນີນບັນດາບາດກ້າວເດີນທີ່ຈໍາເປັນ ຢ່າງລະມັດລະວັງ. ຄໍາຖະແຫຼງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກມາໃນສະພາບ ທີ່ທ່ານກໍາລັງປະເຊີນໜ້າກັບກໍາລັງກົດດັນຈາກພາຍໃນ ແລະ ຈາກບັນດາປະເທດພັນທະມິດ ພາຍຫັງການປະກາດວ່າ ພວກ IS ຖືກຕີປະລາໄຊແລ້ວ ແລະ ອາເມລິກາ ຈະຖອນກໍາລັງທະຫານອອກຈາກຊີຣີ ໂດຍໄວ.

        ກ່ອນໜ້ານັ້ນ, ວັນທີ 04 ມັງກອນ ທີ່ຜ່ານມາ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງ ຂຶ້ນກັບ ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ ບໍ່ໄດ້ຂຶ້ນແຜນກໍານົດເວລາໃຫ້ແກ່ການຖອນນາຍທະຫານ ອາເມລິກາ ອອກຈາກ ຊີຣີ, ແຕ່ກໍບໍ່ມີແຜນການວ່າຈະຢູ່ປະເທດຕາເວັນອອກກາງນີ້ ໂດຍບໍ່ມີ ການກໍານົດເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ